ຂ່າວເດັ່ນ

ສາ​ກົນ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຄ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ມຽນ​ມາ ແລະ ໄທ

ສາ​ກົນ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຄ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ມຽນ​ມາ ແລະ ໄທ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງອຳນາດການປົກຄອງ ມຽນມາ.

(ພາບ: THX/TTXVN)

   ໃນວັນທີ 28 ມີນາ, ຫຼາຍປະເທດ, ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຢູ່ເຂດຖືກຜົນສະທ້ອນ ໂດຍເຫດແຜ່ນດິນໄຫວຢູ່ ມຽນມາ ແລະ ໄທ ກໍ່ຂຶ້ນ

  ອາຊຽນ ໄດ້ ອອກຖະແຫຼງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຖືກຜົນສະທ້ອນຈາກວິນາດຕະກຳ ພ້ອມທັງຢືນຢັນຄືນໃໝ່ ຄວາມສາມັກຄີກັບບັນດາຄອບຄົວ ແລະ ປະຊາຄົມຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ. ອາຊຽນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຄວາມານະພະຍາຍາມກູ້ໄພກູ້ຊີບ ແລະ ສ້າງສາປະເທດຊາດຄືນໃໝ່, ສົມທົບກັບ ມຽນມາ ແລະ ໄທ: ອີງບົນບັນດາການບຸລິທະສິດທີ່ໄດ້ກຳນົດຂອງບັນດາປະເທດ.

 ໃນວັນດຽວກັນ, ທ່ານເລຂາທະການໃຫ່ຍ ສປຊ Antonio Guterres ໄດ້ໃຫ້ຮູ້ວ່າ:

  ເຫດແຜ່ນດິນໄຫວທີ່ຮ້າຍແຮງ ໄດ້ບຸກໂຈມຕີພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາລັດຖະບານ ແລະ ປຊຊ ໃນພາກພື້ນ. ລະບົບ ສປຊ ພວກມລະດົມກຳລັງເພື່ອຊ່ວຍເລື້ອຜູ້ປະສົບກັບຄວາມຫຍຸ້ງຍາກ. ກ່ອນອື່ນໝົດ, ລັດຖະບານ ມຽນມາ ຮຽກຮ້ອງການໜູນຊ່ວຍສາກົນ ແລະ ກຸ່ມຂອງພວກຂ້າພະເຈົ້າ ປະຈຳ ມຽນມາ ໄດ້ຕິດຕໍ່ພົວພັນ ເພື່ອລະດົມທຸກແຫຼ່ງກຳລັງຂອງພວກຂ້າພະເຈົ້າໃນພາກພື້ນ ເພື່ອໜູນຊ່ວຍ ປຊຊ ມຽນມາ.

   ວັນທີ 29 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງອຳນາດການປົກຄອງ ມຽນມາ. ກະຊວງສະພາບການສຸກເສີນ ລັດເຊຍ ໄດ້ສົ່ງເຮືອບີນ 2 ລຳຂົນສົ່ງໜ່ວຍກູ້ໄພກູ້ຊີບ ແລະ ແພດໝໍລວມ 120 ຄົນໄປ ມຽນມາ. ສ່ວນລັດຖະບານ ອິນເດຍ ໄດ້ສົ່ງສິນຄ້າກູ້ຊ່ວຍດ່ວນປະລິມານ 15 ໂຕນ ເພື່ອໜູນຊ່ວຍ ປຊຊ ມຽນມາ ເຊັນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.