ຂ່າວເດັ່ນ

ສາ​ກົນກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີຂອງ ອິດ​ສະ​ຣາ​ແອັນ ເຂົ້າ ເຂດ ກາ​ຊາ ຢ່າງຮຸນແຮງ

ສາ​ກົນກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີຂອງ ອິດ​ສະ​ຣາ​ແອັນ ເຂົ້າ ເຂດ ກາ​ຊາ ຢ່າງຮຸນແຮງ

(VOVWORLD) - ວັນທີ 18 ມີນາ, ຫຼາຍປະເທດ ໄດ້ກ່າວປະນາມການບຸກໂຈມຕີ ໂດຍ ອິດສະຣາແອັນ ປະຕິບັດໃນຕອນເຊົ້າວັນດຽວກັນໃນທົ່ວເຂດ ກາຊາ ຢ່ານຮຸນແຮງ, ເຊິ່ງເຮັດໃຫ້ມີຊາວ ປາແລັດສະຕິນ ກວ່າ 400 ຄົນເສຍຊີວິດ.

(ພາບປະກອບ: TTXVN)

ທ່ານເລຂາທິການໃຫຍ່ ສະຫະພາບ ອາຣັບ   (AL) Ahmed Aboul Gheit ເອີ້ນບັນດາບັ້ນບຸກໂຈມຕີວ່າ “ແມ່ນການກະທຳໄຮ້ມະນຸດສະທຳ”, ກ່າວຫາບັນດາການນຳ ອິດສະຣາແອັນ “ກ້າສ່ຽງຊີວິດຂອງຕົວປະກັນ ແລະ ສາມັນຊົນ ປາແລັດສະຕິນ ເພື່ອບັນລຸໄດ້ຜົນປະໂຫຍດທາງດ້ານການເມືືອງ”.

ບັນດາປະເທດເປັນກາງໄກ່ເກ່ຍໃຫ້ແກ່ການປະທະກັນຢູ່ ເຂດ ກາຊາ ແມ່ນ ອີຢິບ ແລະ ກາຕາ ລ້ວນແຕ່ອອກຖະແຫຼງການກ່າວປະນາມການບຸກໂຈມຕີທາງອກາດ ຂອງ ອິດສະຣາແອັນ, ເຂົາເອີ້ນວ່າ ນີ້ແມ່ນການ “ລ່ວງລະເມີດທີ່ເປີດແປນ” ຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ນາບຂູ່ຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນຢ່າງຮ້າຍແຮງ.

ກະຊວງການຕ່າງປະເທດ ຕວັກກີ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ເຂົ້າເຂດ ກາຊາ ແມ່ນ “ໄລຍະໃໝ່ໃນນະໂຍບາຍດັບສູນ” ຂອງປະເທດນີ້ສຳລັບຊາວ ປາແລັດສະຕິນ, ນາບຂູ່ເຖິງອະນາຄົດຂອງ ຕາເວັນອອກກາງ.

ນັກຂ່າວ VOV ປະຈໍາ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.