ຂ່າວເດັ່ນ

ສາມັນຊົນ ປາແລັດສະຕິນ ເສຍຊີວິດເມື່ອ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຢູ່ ກາຊາ

ສາມັນຊົນ ປາແລັດສະຕິນ ເສຍຊີວິດເມື່ອ ອິດສະຣາແອັນ ສືບຕໍ່ບຸກໂຈມຕີຢູ່ ກາຊາ

(VOVWORLD) - ເຫດການເຮັດໃຫ້ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກເກ່ຍ ທີ່ແກ່ຍາວເປັນເວລາ 4 ເດືອນຢູ່ເຂດດິນແດນນີ້ຖືກຊຸດໂຊມລົງ.

        ຕາມອົງການສາທາລະນະສຸກຢູ່ ກາຊາ, ບັນດາການບຸກໂຈມຕີທາງອາກາດ ແລະ ຍິງປືນຂອງ ອິດສະຣາແອັນ ໃນວັນທີ 10 ກຸມພາ, ໄດ້ເຮັດໃຫ້ຊາວ ປາແລັດສະຕິນ 5 ຄົນເສຍຊີວິດ. ເຫດການເຮັດໃຫ້ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກເກ່ຍ ທີ່ແກ່ຍາວເປັນເວລາ 4 ເດືອນຢູ່ເຂດດິນແດນນີ້ຖືກຊຸດໂຊມລົງ.

        ໄລຍະຕໍ່ໄປໃນແຜນການຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແນໃສ່ຢຸດຕິການປະທະກັນຢູ່ ກາຊາ, ລວມມີ: ຮາມາດສ ປົດງອາວຸດ, ອິດສະຣາແອັນ ຖອນທະຫານອອກຈາກ ກາຊາ ແລະ ຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ. ຮາດມາດສ ສືບຕໍ່ຢືນຢັນວ່າ ຈະບໍ່ວາງອາວຸດ ເມື່ອກອງທັບ ອິດສະຣາແອັນ ຍັງຢຶດຄອງບັນດາເຂດດິນແດນ ປາແລັດສະຕິນ. ແຫຼ່ງຂ່າວຈາກເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າດ ປະເທດນີ້ພວມກະກຽມໃຫ້ແກ່ກັບຄືນສູ່ສົງຄາມຮອບດ້ານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.