ຂ່າວເດັ່ນ

ສານ, ຈົດ​ໝາຍອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 80 ປີ

ສານ, ຈົດ​ໝາຍອວຍ​ພອນ​ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 80 ປີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1954 – 2 ກັນຍາ 2025), ການນຳ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ສ. ເບລາຣຸດ, ສ. ສະຫະພັນ ເຢຍລະມັນ, ສ. ອີຕາລີ, ລາຊະອານາຈັກ ແອັດສະປາຍ, ສ. ອີຢິບ, ສະຫະລັດ ອາຣັບ ເອມມີເລດ, ລາຊະອານາຈັກ ແດນມາກ, ເວເນຊູເອລາ ແລະ ທ່ານ ເລຂາທິການໃຫຍ່ ປສຊ, ທ່ານ ປະທານສະພາເອີຣົບ ທັງເປັນປະທານຄະນະກຳມະການປະຈຳ ກອງປະຊຸມສາກົນບັນດາພັກການເມືອງ ອາຊີ ໄດ້ສົ່ງໂທລະເລກ, ຈົດໝາຍ ແລະ ສານອວຍພອນເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີຈັດຂຶ້ນຢູ່ສະໜາມຫຼວງ ບາດິງ 

        ໃນສານສົ່ງເຖິງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ອວຍພອນປະຊາຊົນ ຫວຽດນາມ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອຫວນຄືນບັນດາສິ່ງທ້າທາຍທົ່ວໂລກ, ນັບແຕ່ວິກິດການດ້ານດິນຟ້າອາກາດ, ການປະທະກັນ ຕະຫຼອດຮອດການຂາດຄວາມເໝີພາບລະຫວ່າງຍິງ - ຊາຍ, ເພື່ອຍົກອອກບັນດາມາດຕະການຫຼາຍຝ່າຍ, ຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ສິດທິມະນຸດໃຫ້ແກ່ໝົດທຸກຄົນ.

        ສ່ວນທ່ານ Antonio Costa ປະທານສະພາເອີຣົບ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂດຍຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ມີສິດເອກອ້າງທະນົງໃຈກ່ຽວກັບບັນດາຜົນງານທີ່ບັນລຸໄດ້ເມື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມກ້າວໜ້າເສດຖະກິດ - ສັງຄົມໄດ້ຮັບການປັບປຸງຢ່າງໝັ້ນແກ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.