ຂ່າວເດັ່ນ

ສານ​ສະ​ຫະ​ລັດ ຖະ​ແຫຼງວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ບໍ່​ມີ​ສິດ​ອຳ​ນາດ​ຈັດ​ວາງ​​ອັດ​ຕາພາ​ສີ​ທົ່ວ​ໂລກຕາມ​ລຳ​ພັງ​ຝ່າຍ​ດ່ຽວ​

ສານ​ສະ​ຫະ​ລັດ ຖະ​ແຫຼງວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ບໍ່​ມີ​ສິດ​ອຳ​ນາດ​ຈັດ​ວາງ​​ອັດ​ຕາພາ​ສີ​ທົ່ວ​ໂລກຕາມ​ລຳ​ພັງ​ຝ່າຍ​ດ່ຽວ​

(VOVWORLD) - ວັນທີ 28 ພຶດສະພາ, ສານການຄ້າສາກົນ ອາເມລິກາ ໄດ້ອອກຄຳຕັດສິນໂດຍຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີສິດອຳນາດຈັດວາງອັດຕາພາສີທົ່ວໂລກຕາມລຳພັງຝ່າຍດຽວ.

ທ່ານປະທານາທິບໍດີ ອາເມລິກາ  Donald Trump ປະກາດບັນດາອັດຕາພາສີ ໃນວັນທີ 02 ເມສາ (ພາບ:Reuters)

ດ້ວຍຄຳຕັດສິນດັ່ງກ່າວ, ສານການຄ້າສາກົນ ອາເມລິກາ ຖືວ່າ ບັນດາມາດຕະການພາສີ ໂດຍທ່ານ Donald Trump ໄດ້ປະກາດເມື່ອທ້າຍເດືອນເມສາ ສຳລັບກວ່າ 50 ຄູ່ຮ່ວມມືການຄ້າຂອງ ອາເມລິກາ ແມ່ນໄປຝືນກັບກົດໝາຍ ພ້ອມທັງຕ້ອງຍົກເລີກບັນດາມາດຕະການນີ້ຢ່າງຖາວອນ. ຄຳຕັດສິນນີ້ໄດ້ຍົກອອກມາໃນເຫດຮ້ອງຟ້ອງຂອງກຸ່ມວິສາຫະກິດຂະໜາດນ້ອຍ 5 ແຫ່ງ ທີ່ຖືວ່າ ບັນດາມາດຕະການພາສີຂອງທ່ານປະທານາທິບໍດີ ແມ່ນການຍາດສິດອຳນາດ ແບບບໍ່ເຄີຍມີມາກ່ອນ.

        ທະນາຍຄວາມຂອງບັນດາວິສາຫະກິດເຫຼົ່ານັ້ນ ຖືວ່າ ກົດໝາຍວ່າດ້ວຍຂອບເຂດສິດອຳນາດດ້ານເສດຖະກິດສາກົນແບບສຸກເສີນ ເຊິ່ງທ່ານ Donald Trump ໄດ້ປະຕິບັດເພື່ອຈັດວາງອັດຕາພາສີນັ້ນ ແມ່ນປະທານາທິບໍດີ ບໍ່ມີສິດຈັດວາງອັດຕາພາສີທົ່ວໂລກ ແລະ ການອະທິບາຍຂອງທ່ານ Donald Trump ກ່ຽວກັບການກະທຳຂອງຕົນ ແມ່ນບໍ່ສັກສິດ. ຕາມບັນດາທະນາຍຄວາມດັ່ງກ່າວແລ້ວ, ການຂາດດຸນການຄ້າ ແມ່ນໄດ້ປະກົດມີໃນຫຼາຍທົດສະວັດຜ່ານມາ ແຕ່ບໍ່ກໍ່ຜົນເສຍຫາຍດ້ານເສດຖະກິດນັ້ນ ບໍ່ແມ່ນສະພາວະສຸກເສີນ.

ນັກຂ່າວ VOV ປະຈຳ ອາເມລິກາ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.