ຂ່າວເດັ່ນ

ສານ​ສູນ​ກາງ ເຊີ​ອູນ, ສ.ເກົາຫຼີ ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Yoon Suk Yeol

ສານ​ສູນ​ກາງ ເຊີ​ອູນ, ສ.ເກົາຫຼີ ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Yoon Suk Yeol

(VOVWORLD) - ວັນທີ 10 ກໍລະກົດ, ສານສູນກາງ ເຊີອູນ, ສ.ເກົາຫຼີ ໄດ້ອອກຄຳສັ່ງຈັບຕົວທ່ານອະດີດປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໂດຍກ່ຽວຂ້ອງເຖິງການຈັດວາງກົດໄອຍະການເສິກທີ່ບໍ່ສຳເລັດເມື່ອທ້າຍປີ 2024.

ທ່ານອະດີດປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເຂົ້າສານໃນວັນທີ 09 ກໍລະກົດ 2025  (ພາບ: REUTERS/Kim Hong-Ji/Pool)
ຜູ້ພິພາກສາຂັ້ນສູງສານສູນກາງ ເຊີອູນ, ທ່ານ Nam Se Jin ໄດ້ຈັດອອກຄຳສັ່ງຈັບຕົວທ່ານ Yoon Suk Yeol ຕາມຄຳຮຽກຮ້ອງຂອງທ່ານ Cho Eun Suk ໄອຍະການພິເສດ ຍ້ອນມີຄວາມວິຕົກກັງວົນວ່າ ອະດີດປະທານາທິບໍດີ ອາດຈະທຳລາຍຫຼັກຖານ. ທ່ານ Yoon Suk Yeol ຖືກສົ່ງໄປຍັງສູນກັກຂັງ Uiwang, ທາງທິດໃຕ້ນະຄອນຫຼວງ, ເພື່ອລໍຖ້າຄຳຕັດສິນຂອງສານ. ທ່ານອະດີດປະທານາທິບໍດີ Yoon Suk Yeol ປະເຊີນກັບ 5 ຄຳກ່າວຫາຕົ້ນຕໍ, ເຊິ່ງໃນນັ້ນ ມີຄຳກ່າວຫາລະເມີດກົດໝາຍ ຍ້ອນພຽງແຕ່ຮຽກໂຮມສະມາຊິກຄະນະລັດຖະບານຈຳນວນໜຶ່ງເຂົ້າຮ່ວມກອງປະຊຸມກ່ອນປະກາດກົດໄອຍະການເສິກໃນວັນທີ 3 ທັນວາ 2024.

This site is protected by reCAPTCHA and the Google Privacy Policy and Terms of Service apply.