ຂ່າວເດັ່ນ

ສານ​ວັນ​ບຸນ​ຄິຼດ​ສະ​ມາດ: ສາ​ມັກ​ຄີ ແລະ ຄວາມມຸ່ງ​ຫວັງ

ສານ​ວັນ​ບຸນ​ຄິຼດ​ສະ​ມາດ: ສາ​ມັກ​ຄີ ແລະ ຄວາມມຸ່ງ​ຫວັງ

(VOVWORLD) - ເນື່ອງໃນໂອກາດວັນບຸນຄຼິດສະມາດ, ມີການນຳຫຼາຍທ່ານໃນໂລກ ໄດ້ສົ່ງສານສາມັກຄີ ແລະ ສົ່ງຄວາມມຸ່ງຫວັງໄປຍັງປະຊາຊົນ, ມຸ່ງໄປເຖິງປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊືນ.

ບັນຍາກາດວັນບຸນ ຄຼິດສະມາດ ຢູ່ສະໜາມຫຼວງ Manhezh (ພາບ: VOV)

ໃນວີດີໂອສານ ວັນບຸນຄຼິດສະມາດທີ່ໄດ້ອອກອາກາດໃນວັນທີ 24 ທັນວາ, ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ໄດ້ສົ່ງຄຳອວຍພອນວັນບຸນ ຄຼິດສະມາດໄປຍັງປະຊາຊົນໝົດທຸກຄົນ ແລະ ຮຽກຮ້ອງໃຫ້ທຸກໆຄົນຈົ່ງພ້ອມກັນຫວນຄືນຄຸນຄ່າຫຼັກແຫຼ່ງຄວາມສະໜິດຕິດພັນສັງຄົມອັງກິດ.

ກໍ່ແລະໃນວັນດຽວກັນ, ຢູ່ເຢຍລະມັນ, ໃນສານວັນບຸນຄຼິດສະມາດ ປີ 2025, ທ່ານ Frank-Walter Steinmeier ປະທານາທິບໍດີ ເຢຍລະມັນ ໄດ້ຮຽກຮ້ອງໃຫ້ປະຊາຊົນປະເທດນີ້ຮັກສາຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮັບຟັງເຊິ່ງກັນແລະກັນ, ພ້ອມກັນຊອກຫາການກຳນົດທິດລວມ ໃນສະພາບການສັງຄົມ ແລະ ສະພາບການສາກົນມີການຜັນແປຫຼາຍຢ່າງ.

ຢູ່ອົດສະຕາລີ, ສານວັນບຸນ ຄຼິດສະມາດ ປີ 2025 ໄດ້ຍົກອອກມາໃນສະພາບການພິເສດ ພາຍຫຼັງເຫດບຸກໂຈມຕີການກໍການຮ້າຍຢູ່ Bondi ເຮັດໃຫ້ທົ່ວປະເທດຕ້ອງສັ່ນສະເທືອນ. ທ່ານນາຍົກລັດຖະມົນຕີ Anthony Albanese ເນັ້ນໜັກວ່າ ນີ້ແມ່ນໄລຍະເວລາປະສົບກັບຄວາມຫຍຸ້ງຍາກ, ພ້ອມທັງສົ່ງຄຳອວຍພອນວັນບຸນ ຄຼິດສະມາດ ໄປຍັງປະຊາຊົນ ແລະ ສະແດງຄວາມຫວັງວ່າທຸກຄົນຈະມີໂອກາດມີເວລາຢູ່ນຳຄອບຄົວ ແລະ ບັນດາຄົນຮັກແພງຂອງຕົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.