ຂ່າວເດັ່ນ

ສ້າງ​ຮ່າ​ໂນ້ຍ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ກາຍ​ເປັນ​ສະ​ຖານ​ທີ່​ມີຄວາ​ມ​ສະ​ຫງົບ, ປອດ​ໄພ​ຂອງ​ໂລກ

ສ້າງ​ຮ່າ​ໂນ້ຍ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ກາຍ​ເປັນ​ສະ​ຖານ​ທີ່​ມີຄວາ​ມ​ສະ​ຫງົບ, ປອດ​ໄພ​ຂອງ​ໂລກ

(VOVWORLD) - ສຳລັບນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ພ້ອມກັບເປົ້າໝາຍພັດທະນາໂດຍໄວ, ຍືນຍົງ, ນະຄອນຕ້ອງເອົາໃຈໃສ່ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງນະຄອນແຫ່ງອະລິຍະທຳນັບພັນປີ, ສ້າງຊາວຮ່າໂນ້ຍສຸພາບ, ສີວິໄລ, ທັນສະໄໝ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ.

ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 21 ສິງຫາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກລະຫວ່າງກົມການເມືອງ ກັບ ຄະນະປະຈຳອົງຄະນະພັກນະຄອນ ຮ່າໂນ້ຍ ແລະ ຄະນະປະຈຳອົງຄະນະພັກນະຄອນ ໂຮ່ຈີມິນ ເພື່ອປະກອບຄຳເຫັນໃສ່ຮ່າງເອກະສານ ແລະ ແຜນຮ່າງບຸກຄະລາກອນຂັ້ນຄະນະພັກ ເພື່ອຍື່ນສະເໜີ ກອງປະຊຸມໃຫຍ່ຜູ້ແທນຄະນະພັກຂອງສອງທ້ອງຖິ່ນໃນອາຍຸການ 2025 – 2030.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກໃຫ້ເຫັນທິດທາງ, ໜ້າທີ່ໃນອາຍຸການ 2025 – 2030 ຂອງສອງນະຄອນ. ສຳລັບນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ພ້ອມກັບເປົ້າໝາຍພັດທະນາໂດຍໄວ, ຍືນຍົງ, ນະຄອນຕ້ອງເອົາໃຈໃສ່ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງນະຄອນແຫ່ງອະລິຍະທຳນັບພັນປີ, ສ້າງຊາວຮ່າໂນ້ຍສຸພາບ, ສີວິໄລ, ທັນສະໄໝ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ. ນະຄອນຮ່າໂນ້ຍ ຕ້ອງແມ່ນສູນການເມືອງ, ວັດທະນະທຳດີເດັ່ນຂອງທົ່ວປະເທດ, ສ້າງພາບພົດນະຄອນແຫ່ງສີຂຽວ - ອັດສະລິຍະ - ເປັນໜ້າດຳລົງຊີວິດ - ມີກຳລັງດຶງດູດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ສຳລັບນະຄອນໂຮ່ຈີມິນ, ຕ້ອງກຳນົດຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພັດທະນາເສດຖະກິດພູມປັນຍາທີ່ມີມູນຄ່າເພີ່ມສູງເພື່ອກາຍເປັນຕົວເມືອງສີວິໄລ, ທັນສະໄໝ, ສູນພັດທະນານະວັດຕະກຳ, ມີຄວາມຂະຫຍັນຂັນເຄື່ອນ, ເຊື່ອມໂຍງ, ນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ສືບຕໍ່ເປັນແຂວງນຳໜ້າໃຫ້ດ້ານເສດຖະກິດທົ່ວປະເທດ, ມີທີ່ຕັ້ງພົ້ນເດັ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ, ມີຄວາມປອດໄພ ກາຍເປັນສະຖານທີ່ທີ່ມີຄວາມສະຫງົບ, ປອດໄພຂອງໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.