ຂ່າວເດັ່ນ

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃໝ່​ໃນ​ການ​ສ້າງກອງ​ທັບ​ປະ​ຕິ​ວັດ, ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ, ທັນ​ສະໄໝ

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃໝ່​ໃນ​ການ​ສ້າງກອງ​ທັບ​ປະ​ຕິ​ວັດ, ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ, ທັນ​ສະໄໝ

(VOVWORLD) - ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຮຽກຮ້ອງໃຫ້ກອງທັບ ທັງ “ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝ” ທັງເຄື່ອນທີ່, ມີໄຫວພິບ, ອັດສະລະຍະດີຈີຕອນ.

 ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະທົ່ວກອງທັບ ຄັ້ງທີ XI ໄລຍະ 2020 – 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ໄດ້ຊີ້ແຈ້ງວ່າ ໃນທຸກໄລຍະປະຕິວັດ, ການແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະ ຍາມໃດກໍ່ແມ່ນການກະຕຸກຊຸກຍູ້ຫັນຄວາມຕັດສິນໃຈໃຫ້ແຕກດອກອອກຜົນ, ຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງ. ໃນໄລຍະໃໝ່, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຮຽກຮ້ອງໃຫ້ກອງທັບ ທັງ “ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝ” ທັງເຄື່ອນທີ່, ມີໄຫວພິບ, ອັດສະລະຍະດີຈີຕອນ. ໃນສະພາບການນັ້ນ, ການແຂ່ງຂັນຕັດສິນໃຈຍາດໄດ້ໄຊຊະນະຕ້ອງກາຍເປັນ “ລະບົບບໍລິຫານ” ໃຫ້ແກ່ສາມບົດບາດ: ກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.