ຂ່າວເດັ່ນ

ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ເພື່ອນ​ມິ​ດ​ໃນ 5 ທະ​ວີບ​ໄດ້​ສຳ​ຜັດ​ກັບ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຢ່າງ​ຊັດ​ເຈນ

ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ເພື່ອນ​ມິ​ດ​ໃນ 5 ທະ​ວີບ​ໄດ້​ສຳ​ຜັດ​ກັບ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຢ່າງ​ຊັດ​ເຈນ

(VOVWORLD) - ເວັບໄຊ daihoidangtoanquoc.vn ໄດ້ສະໜອງຂໍ້ມູນທີ່ເປັນທາງການ, ຄົບຖ້ວນ ແລະ ທັນການກ່ຽວກັບການເຄື່ອນໄຫວຕ່າງໆມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ 

       ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບໜັງສືພິມ ເຍິນເຢີນ (ປະຊາຊົນ) ຈັດພິທີເປີດຕົວ ເວັບໄຊ “ພັກຄອມມູນິດ ຫວຽດນາມ - ກອງປະຊມໃຫຍ່ຄັ້ງທີ XIV”, ທີ່ຢູ່: daihoidangtoanquoc.vn.

        ໃນເວັບໄຊດັ່ງກ່າວ ໄດ້ສະໜອງຂໍ້ມູນທີ່ເປັນທາງການ, ຄົບຖ້ວນ ແລະ ທັນການກ່ຽວກັບການເຄື່ອນໄຫວຕ່າງໆມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. 

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຮຽກຮ້ອງວ່າ:

        “ຕ້ອງກະກຽມຂໍ້ມູນໃຫ້ແກ່ນັກຂ່າວສາກົນ; ເອກະສານອະທິບາຍຢ່າງກະທັດລັດ, ຖືກຕ້ອງ; ສ່ອງແສງຢ່າງທັນການ; ເຄົາລົບບັນດາທຳນຽມສາກົນ; ສ້າງເງື່ອນໄຂສະດວກເພື່ອໃຫ້ເພື່ອນມິດໃນ 5 ທະວີບສາມາດສຳຜັດກັບແນວທາງ, ນະໂຍບາຍອັນຊັດເຈນຂອງພັກ ແລະ ລັດ ຫວຽດນາມ. ເປັນເຈົ້າການສ້າງຫົວຂໍ້ທີ່ດີ, ເລື່ອງລາວອັນຈົບງາມ, ບັນດາຕົວເລກທີ່ສ່ອງແສງໄດ້ສະພາບການຕົວຈິງ, ແຜ່ກະຈາຍບັນດາຮູບແບບທີ່ດີໃນການກໍ່ສ້າງພັກ, ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນ ກໍເດັດດ່ຽວປະຕິເສດບັນດາຖ້ອຍທຳນອງທີ່ຜິດເຂວ ດ້ວຍຂໍ້ອ້າງອີງວິທະຍາສາດ, ດ້ວຍພະຍານຫຼັກຖານທີ່ຊວນເຊື່ອ”

This site is protected by reCAPTCHA and the Google Privacy Policy and Terms of Service apply.