ຂ່າວເດັ່ນ

ສ້າງ​ຄັ້ງສູນ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ

ສ້າງ​ຄັ້ງສູນ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ

(VOVWORLD) - 8 ໂຄງການອຸປະຖຳເຕັກໂນໂລຊີຍຸດທະສາດ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດານັກວິທະຍາສາດ Viet Nam ແລະ Australia ທີ່ມີມູນຄ່າ 400.000 AUD.

(ພາບ: VOV)

    ຕອນເຊົ້າວັນທີ 11 ມິຖຸນາ, ສູນເຕັກໂນໂລຊີຍຸດທະສາດ Viet Nam - Australia (AVSTC) ໄດ້ເປີດສະຫຼອງຢ່າງເປັນທາງການທີ່ ຮ່າໂນ້ຍ. ສູງດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ລິເລີ່ມການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ການຄ້າ Australia ພ້ອມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ກະຊວງການຕ່າງປະເທດ ແລະ ການຄ້າ Australia ໄດ້ສະໜອງບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນແມ່ນ 2.1 ລ້ານໂດລາ Australia (AUD) ເພື່ອສ້າງຕັ້ງສູນ. ບໍລິສັດໂທລະຄົມະນາຄົມທົ່ວໂລກ Nokia ສະໜອງເຄື່ອງອຸປະກຳອນເຕັກນິກ ເພື່ອໜູນຊ່ວຍການເຄື່ອນໄຫວຂອງສູນ.

  ໃນພິທີເປີດສະຫຼອງ, 8 ໂຄງການອຸປະຖຳເຕັກໂນໂລຊີຍຸດທະສາດ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດານັກວິທະຍາສາດ  Viet Nam ແລະ  Australia ທີ່ມີມູນຄ່າ 400.000 AUD (ກ່ວາ 260.000 USD) ໄດ້ປະກາດ. ບັນດາໂຄງການສຸມໃສ່ຂົງເຂດປັນຍາປະດິດ, ຄວາມໝັ້ນຄົງທາງອິນເຕີເນັດ, ດາວທຽມ…ເປົ້າໝາຍໄດ້ຮັບການອຸປະຖຳ ແມ່ນກຸ່ມຄົ້ນຄ້ວາຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ແລະ ວິສາຫະກິດສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.