ຂ່າວເດັ່ນ

ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

(VOVWORLD) - ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບຄະນະລັດຖະບານ ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນາເສດຖະກິດເອກະຊົນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມກັບຄະນະລັດຖະບານ 

ເມື່ອກ່າວຄໍາເຫັນໃນກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ຕ້ອງປະຕິບັດເປົ້າໝາຍຮອດປີ 2030, ທົ່ວປະເທດມີວິສາຫະກິດ 2 ລ້ານແຫ່ງ, ສູງກວ່າທົບ 2 ເທົ່າເມື່ອທຽບໃສ່ຈຳນວນປັດຈຸບັນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:

“ເຮັດແນວໃດເພື່ອໃຫ້ລະບຽບການສ້າງຕັ້ງວິສາຫະກິດ, ຍຸບເລີກວິສາຫະກິດ, ວິສາຫະກິດລົ້ມລະລາຍໄດ້ແກ່ໄຂຢ່າງວ່ອງໄວ. ຕ້ອງເຮັດແນວໃດເພື່ອໃຫ້ວິສາຫະກິດຂະໜາດນ້ອຍ ກາຍເປັນວິສາຫະກິດຂະໜາດໃຫຍ່, ວິສາຫະກິດຂະໜາດໃຫຍ່ກາຍເປັນວິສາຫະກິດທີ່ໃຫຍ່ກວ່າ”.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍູ້ແຮງການຈັດແບ່ງຂັ້ນໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຈົ້າຂອງລົງທຶນໃນການຮັບເໝົາບັນດາກິດຈະກຳ, ໂຄງການໃຫ້ວິສາຫະກິດປະຕິບັດ ດ້ວຍຫຼັກການ ຮັບປະກັນຄວາມຄືບໜ້າ, ມີຄຸນນະພາບ, ບໍ່ເພີ່ມທຶນຮອນ ແລະ ບໍ່ສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້.

ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.