ຂ່າວເດັ່ນ

ສ້າງ​ກົນ​ໄກ​ປະ​ສານ​ງານ​ລະ​ຫວ່າງ​ຂະ​ແໜງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ

ສ້າງ​ກົນ​ໄກ​ປະ​ສານ​ງານ​ລະ​ຫວ່າງ​ຂະ​ແໜງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ

(VOVWORLD) - ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ສຳນັກງານລັດຖະບານດ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບກົນໄກປະສານງານລະຫວ່າງຂະແໜງໃນການພັດທະນາເສດຖະກິດທະເລແບບຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ເປັນປະທານກອງປະຊຸມ (ພາບ: TTXVN)

ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ, ສະເໜີກົນໄກແກ້ໄຂການຂັດແຍ້ງກັນໃນການພັດທະນາ, ຄັດເລືອກແບບວິທີອີງໃສ່ບັນດາມາດຕະຖານເສົາຄ້ຳ ນັ້ນແມ່ນ ປະສິດທິຜົນສະພາບແວດລ້ອມ, ເສດຖະກິດ ແລະ ຄວາມສາມາດສ້າງວຽກເຮັດງານທຳ…; ຄົ້ນຄວ້າ, ສ້າງເຄື່ອງມືໜູນຊ່ວຍໄຈ້ແຍກ ແລະ ຕັດສິນໃນບັນດາກໍລະນີທີ່ເກີດມີການຂັດແຍ້ງກັນລະຫວ່າງຂະແໜງການ; ກົນໄກປະສານສົມທົບໃນວຽກງານ, ສຳຫຼວດກກວດກາຊັບພະຍາກອນທະເລ ຮັບໃຊ້ການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍຍຸດທະສາດ, ການວາງແຜນຜັງພັດທະນາເສດຖະກິດທະເລ; ສະເໜີກົນໄກການເງິນສຳລັບການເຄື່ອນໄຫວສຳຫຼວດໂດຍພື້ນຖານ ແລະ ສ້າງຖານຂໍ້ມູນແຫ່ງຊາດ ແລະ ທ້ອງຖິ່ນກ່ຽວກັບຊັບພະຍາກອນທະເລ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.