ຂ່າວເດັ່ນ

ສ້າງ​ພື້ນ​ຖານ ແລະ ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ

ສ້າງ​ພື້ນ​ຖານ ແລະ ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີກຳລັງບົ່ມຊ້ອນພັດທະນາຢ່າງແຮງທີ່ສຸດໃນໄລຍະຈະມາເຖິງ ແມ່ນ ເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ກໍແມ່ນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ກຳນົດທິດ, ບຸລິມະສິດພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່, ພ້ອມທັງກໍເໝາະສົມກັບເປົ້າໝາຍ ແລະ ທ່າອ່ຽງຮັບປະກັນຄວາມຫຼາຍຮູບຫຼາຍແບບ ແລະ ຍືນຍົງຂອງລະບົບສະໜອງຂອງຝ່າຍ ອາເມລິກາ.

ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: VOV5)

ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແຕ່ວັນທີ 21 – 24 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ເນັ້ນໜັກວ່າ ບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີກຳລັງບົ່ມຊ້ອນພັດທະນາຢ່າງແຮງທີ່ສຸດໃນໄລຍະຈະມາເຖິງ ແມ່ນ ເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ນີ້ກໍແມ່ນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ກຳນົດທິດ, ບຸລິມະສິດພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່, ພ້ອມທັງກໍເໝາະສົມກັບເປົ້າໝາຍ ແລະ ທ່າອ່ຽງຮັບປະກັນຄວາມຫຼາຍຮູບຫຼາຍແບບ ແລະ ຍືນຍົງຂອງລະບົບສະໜອງຂອງຝ່າຍ ອາເມລິກາ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນບັນດາລະບົບມູນຄ່າທົ່ວໂລກ, ພິເສດໃນບັນດາຂົງເຂດເຕັກໂນໂລຢີ, ພະລັງງານສະອາດ ແລະ ພັດທະນາແບບຍືນຍົງ.

ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ກໍໃຫ້ຮູ້ວ່າ ປີ 2026 ແມ່ນໂອກາດສະເຫຼີມສະຫຼອງ 250 ປີແຫ່ງວັນປະເທດເອກະລາດຂອງ ອາເມລິກາ, ແມ່ນໂອກາດທີ່ດີເພື່ອໃຫ້ສອງປະເທດປະຕິບັດບັນດາການເຄື່ອນໄຫວວັດທະນະທຳທີ່ມີຄວາມໝາຍ. ການສຳຜັດກັບຕະຫຼາດ ອາເມລິກາ ແລະ ການຮຽນຮູ້ປະສົບຈາກຝ່າຍ ອາເມລິກາ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການພັດທະນາຂອງເຂດວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ.   


This site is protected by reCAPTCHA and the Google Privacy Policy and Terms of Service apply.