ຂ່າວເດັ່ນ

ສ້າງ​ສູນ​ການ​ເງິນ​ສາ​ກົນ​ເພື່ອ​ໃຫ້ ຫວຽດ​ນາມ ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ

ສ້າງ​ສູນ​ການ​ເງິນ​ສາ​ກົນ​ເພື່ອ​ໃຫ້ ຫວຽດ​ນາມ ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ວັນທີ 20 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເປັນປະທານກອງປະຊຸມກ່ຽວກັບການສ້າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ເນັ້ນໜັກວ່າ ການສ້າງສູນການເງິນສາກົນແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ເຊື່ອມຕໍ່ກັບເສດຖະກິດທົ່ວໂລກ ແລະ ແມ່ນມາດຕະການເພື່ອບຸກທະລຸລະດັບຄວາມໄວໃນໄລຍະຕໍ່ໄປ.

        “ເລື່ອງຕັດສິນໃຈພັດທະນາສູນການເງິນສາກົນ ແມ່ນບາດກ້າວບຸກທະລຸ, ມີລັກສະນະຍຸດທະສາດ, ແມ່ນການຕັດສິນທີ່ກ້າຫານ ແຕ່ມີຄວາມຈຳເປັນທີ່ສຸດ. ເຖິງວ່າແມ່ນປະເທດນຳຫຼັງ, ແຕ່ພວກເຮົາເຕົ້າໂຮມໄດ້ບັນດາເງື່ອນໄຂເພື່ອສຳເລັດຜົນ. ຄວາມດູດດື່ມຂອງສູນການເງິນຈະບໍ່ພຽງແຕ່ແມ່ນບັນດານະໂຍບາຍທີ່ພວກເຮົາຈະປະກາດໃຊ້ເທົ່ານັ້ນ, ຫາກຍັງຢູ່ນຳພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີກຳລັງບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງຂອງ ຫວຽດນາມ ອີກດ້ວຍ”.

        ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ ຕາມແຜນນະໂຍບາຍແລ້ວ ຈະພັດທະນາສູນການເງິນສາກົນຢູ່ ຫວຽດນາມ, ແຕ່ເຄື່ອນໄຫວຢູ່ 2 ນະຄອນ ນັ້ນແມ່ນ ດ່າໜັງ ແລະ ນະຄອນ ໂຮ່ຈີມິນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.