ຂ່າວເດັ່ນ

ສ້າງ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ​ກາຍ​ເປັນ ປະ​ພາ​ຄານ ຂອງ​ການ​ພັດ​ທະ​ນາ

ສ້າງ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ​ກາຍ​ເປັນ ປະ​ພາ​ຄານ ຂອງ​ການ​ພັດ​ທະ​ນາ

(VOVWORLD) - ເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 11 ກຸມພາ, ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ກາຍເປັນ ກຳລັງໜູນ, ບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ. ໂດຍນັ້ນໜັ້ກເຖິງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ບັນດານັກລົງທຶນສາກົນ ປະຕິບັດຄຳໝັ້ນສັນຍາໃນທັນທີ, ເປີດກວ້າງການມີໜ້າ, ຖ່າຍທອດເຕັກໂນໂລຢີການຄຸ້ມຄອງການເງິນ, ເຂົ້າຮ່ວມບັນດາເສົາຄ້ຳຢ່າງເລິກເຊິ່ງຄື: ການບິນ, ການເດີນເຮືອ , fintech... ບັນດາວິສາຫະກິດ ຫວຽດນາມ ບໍ່ອາດຢືນຢູ່ນອກ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ຕ້ອງພ້ອມກັນເຮັດ, ສົ່ງເສີມ, ແກ້ງແຍ້ງ, ຕ້ອງນຳໜ້າພາທາງກາຍເປັນສະມາຊິກຜູ້ສ້າງຕັ້ງ, ນຳໃຊ້ການບໍລິການຂອງສູນເພື່ອລະດົມເງິນລົງທຶນສາກົນ, ອອກພັນທະບັດ, ພັດທະນາແບບກວມລວມ, ຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິຜົນ. ຫັນສູນການເງິນສາກົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນ, ເປັນບ່ອນອີງຢ່າງໝັ້ນແກ່ນເພື່ອເຕີບໂຕ, ກາຍເປັນປະພະຄານຂອງການພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.