ຂ່າວເດັ່ນ

ສານລັດຖະທຳມະນູນ ສ.ເກົາຫຼີ ອອກຄຳຕັດສິນປົດຕຳແໜ່ງປະທານາທິບໍດີ Yoon Suk Yeol

ສານລັດຖະທຳມະນູນ ສ.ເກົາຫຼີ ອອກຄຳຕັດສິນປົດຕຳແໜ່ງປະທານາທິບໍດີ Yoon Suk Yeol

(VOVWORLD) - ສ.ເກົາຫຼີ ຈະຕ້ອງຈັດການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ ເພື່ອເລືອກເອົາຜູ້ດຳລົງຕຳແໜ່ງປະທານາທິບໍດີພາຍໃນເວລາ 60 ວັນ.

ສານລັດຖະທຳມະນູນ ສ.ເກົາຫຼີ
(ພາບ: Jiji Press)

        ດ້ວຍບັດເຫັນດີ 100% ຈາກຜູ້ພິພາກສາ 8 ທ່ານ, ຕອນເຊົ້າວັນທີ 04 ເມສາ, ສານລັດຖະທຳມະນູນ ສ.ເກົາຫຼີ ໄດ້ເຫັນດີຕໍ່ມະຕິລົງໂທດທ່ານປະທານາທິບໍດີທີ່ພວມດຳລົງຕຳແໜ່ງ Yoon Suk Yeol ໂດຍສະພາແຫ່ງຊາດ ສ.ເກົາຫຼີ ຮັບຮອງເອົາໃນວັນທີ 14 ທັນວາ 2024, ດ້ວຍຄຳກ່າວຫາລະເມີດລັດຖະທຳມະນູນ ເມື່ອຖະແຫຼງ ຄຳສັ່ງໄອຍະການເສິກໃນວັນທີ 03 ທັນວາ 2024, ຜັນຂະຫຍາຍກອງທັບໄປສະພາແຫ່ງຊາດເພື່ອສະກັດກັ້ນບັນດານັກສ້າງກົດໝາຍປ່ອນບັດປະຕິເສດລັດຖະບັນຍັດ ແລະ ອອກຄຳສັ່ງຈັບຕົວບັນດານັກການເມືອງ. ສານໄດ້ຖະແຫຼງປົດຕຳແໜ່ງໜ້າທີ່ປະທານາທິບໍດີຂອງທ່ານ Yoon Suk Yeol.

        ສຳລັບຄຳຕັດສິນຈະມີຜົນສັກສິດໃນທັນທີ, ທ່ານ Yoon Suk Yeol ຖືກປົດຕຳແໜ່ງ ແລະ ສ.ເກົາຫຼີ ຈະຕ້ອງຈັດການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ ເພື່ອເລືອກເອົາຜູ້ດຳລົງຕຳແໜ່ງປະທານາທິບໍດີພາຍໃນເວລາ 60 ວັນ.

        ພາຍຫຼັງທີ່ສານລັດຖະທຳມະນູນ ສ.ເກົາຫຼີ ຖະແຫຼງປົດຕຳແໜ່ງພຽງ 2 – 3 ຊົ່ວໂມງ, ໃນສານສົ່ງຜ່ານທະນາຄວາມທີ່ຕາງໜ້າໃຫ້ທ່ານປະທານາທິບໍດີຖືກປົດຕຳແໜ່ງ Yoon Suk Yeol ໄດ້ສະແດງຄວາມ “ເສຍໃຈຍ້ອນບໍ່ສາມາດຕອບສະໜອງຄວາມມຸ່ງຫວັງຂອງທຸກຄົນໄດ້”.

        ໃນວັນດຽວກັນ, ຜູ້ຮັກສາການປະທານາທິບໍດີ Han Duck Soo ເນັ້ນໜັກວ່າ, ລັດຖະບານຕ້ອງປະຕິບັດບັນດາມາດຕະການຢ່າງລະມັດລະວັງ, ສົມທົບກັນຢູ່ພາຍໃນ ແລະ ກັບບັນດາຄູ່ຮ່ວມມືຕ່າງປະເທດຢ່າງແໜ້ນແຟ້ນ, ພ້ອມກັນນັ້ນ, ສືບຕໍ່ຮ່ວມມືກັນດ້ານການທູດ ແລະ ຄວາມໝັ້ນຄົງກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແກ້ໄຂບັນດາບັນຫາຮີບເຮັງຄືພາສີອາກອນຂອງ ອາເມລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.