ຂ່າວເດັ່ນ

ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

        ເນື້ອໃນສານມີຕອນຂຽນວ່າ: ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເບີກບານມ່ວນຊື່ນ ແລະ ຕີລາຄາສູງກ່ຽວກັບບັນດາຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນທຸກຂົງເຂດໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ, ເປັນຕົ້ນແມ່ນບັນດາຜົນງານຢ່າງຮອບດ້ານໃນພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ສູນທອນ ໄຊຍະຈັດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ສົ່ງສານອວຍພອນມາຍັງທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.