ຂ່າວເດັ່ນ

ຊາວ​ເຜົ່າ ຈຳ ກ້າວ​ເຂົ້າ​ສູ່ເທດສະການ​ເດືອນ ຣາ​ມື​ວານ

ຊາວ​ເຜົ່າ ຈຳ ກ້າວ​ເຂົ້າ​ສູ່ເທດສະການ​ເດືອນ ຣາ​ມື​ວານ

(VOVWORLD) - ລະດູ ຣາມືວານ (ເດືອນ ຣືມືວານ) ປີ 2025 ຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ໄດ້ ດຳເນີນແຕ່ວັນທີ 28 ກຸມພາ ຫາວັນທີ 29 ມີນາ. ນີ້ແມ່ນງານບຸນໃຫຍ່ສຸດໃນປີຂອງຊາວເຜົ່າ ຈຳ ຜູ້ຖືສາສະໜາ ອິດສະລາມ ບານີ. ງານບຸນ ຣາມືວານ ບໍ່ພຽງແຕ່ແມ່ນເດືອນ ກິນເຈ, ສູດມົນພາວະນາພະເຈົ້າ ອາລາ ເທົ່ານັ້ນ ຫາກຍັງເປັນໂອກາດປັບແປງຫຼຸມສົບ, ຈັດພິທີໄຫວ້ບູຊາບັນພະບຸລຸດ ແລະ ຈັດບັນດາກິດຈະກຳວັດທະນະທຳ, ກິລາທີ່ເປັນເອກະລັກອີກດ້ວຍ.

ໃນຊຸມວັນນີ້ຄອບຄົວໃດກໍມັດມ້ຽນ, ປະດັບປະດາເຮືອນຊານກະກຽມຕ້ອນຮັບເທດສະການຣາມືວານ
(ພາບ: VOV)

ໃນຊຸມວັນນີ້, ກໍຄືກັນກັບຫຼາຍຄອບຄົວຊາວເຜົ່າ ຈຳ ທີ່ຖືສາສະໜາ ອິດສະລາມ ບານີ ອື່ນໆ, ຄອບຄົວ ປ້າ ໂຕ່ນທິມົ້ງລວານ ຢູ່ບ້ານ ບິ່ງຖັງ, ຕາແສງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໄດ້ມັດມ້ຽນ, ປະດັບປະດາເຮືອນຊານ ແລະ ກະກຽມເຂົ້າໜົມພື້ນເມືອງ, ໝາກໄມ້ ແລະ ອາຫານຈຳນວນໜຶ່ງເພື່ອໄປປັບແປງຫຼຸມສົບ ແລະ ໄຫວ້ບູຊາບັນພະບຸລຸດ.

“ຄອບຄົວຂ້າພະເຈົ້າໄດ້ເຮັດເຂົ້າໜົມຂີງ ເພື່ອຕ້ອນຮັບເທດສະການ ຣາມືວານ. ຄອບຄົວຂ້າພະເຈົ້າຈະເອົາເຂົ້າໜົມນີ້ໄປບູຊາໃນມື້ປັບແປງຫຼຸມສົບພໍ່ເຖົ້າແມ່ເຖົ້າຢູ່ແຂວງ ນິງທ້ວນ ແລະ ຢູ່ທີ່ນີ້. ການເຮັດເຂົ້າໜົມນີ້ກໍເສຍເວລາຫຼາຍ ແລະ ຄອບຄົວໃດກໍເຮັດ. ນອກຈາກນັ້ນກໍຍັງໄດ້ກະກຽມບາງຢ່າງຕື່ມອີກ. ຊາວເຜົ່າ ຈຳ ຢູ່ທີ່ນີ້ ປີໃດກໍເຮັດແບບນີ້ເຊັ່ນດຽວກັນ. ກ່ອນຈະໄຫວ້ບູຊາບັນພະບຸລຸດ ຕ້ອງໄປປັບແປງຫຼຸມສົບສາກ່ອນ”.

ການໄປປັບແປງຫຼຸມສົບແມ່ນໜຶ່ງໃນບັນດາປະເພນີທີ່ຂາດບໍ່ໄດ້ໃນຍາມຕົ້ນລະດູ ຣາມືວານ ໂດຍໄດ້ຈັດຂຶ້ນຕາມວົງຕະກຸນ ແລະ ຕາມບ້ານ. ສຳລັບລູກຫຼານຊາວເຜົ່າ ຈຳ, ພິທີປັບແປງຫຼຸມສົບ ໄດ້ຮັບຖືວ່າ ແມ່ນການເຮັດບຸນຕໍ່ປູ່ຍ່າຕາຍາຍ, ບັນພະບຸລຸດ. ເມື່ອປັບປຸງຫຼຸມສົບເປັນທີ່ຮຽບຮ້ອຍແລ້ວ, ໃນວົງຕະກຸນກໍກົ້ມຫົວໄຫວ້ບູຊາເຊື້ອເຊີນບັນພະບຸລຸດມມຕ້ອນຮັບເທດສະການ ຣາມືວານ, ພ້ອມທັງປາດຖະໜາວ່າ ລະດູ ຣາມືວານ ປີນີ້ຈົ່ງມີແຕ່ຄວາມສະຫງົບສຸກ, ບັນພະບຸລຸດຊ່ວຍຄ້ຳຊູໃຫ້ລູກຫຼານມີສຸຂະພາບແຂງແຮງ, ອີ່ມໜຳສຳລານ, ສົມບູນພູນສູກ. ດັ່ງນັ້ນ, ເຖິງວ່າພວມໄປເຮັດວຽກຢູ່ໃກ້ຫຼືໄກ ຫຼື ມີວຽກສຳຄັນຂະໜາດໃດກໍຕາມ, ແຕ່ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ກໍຈະໂຈະໄວ້ຊົ່ວຄາວເພື່ອເຂົ້າຮ່ວມພິທີດັ່ງກ່າວສາກ່ອນ. ເຖິງວ່າພວມໄປເຮັດວຽກຢູ່ ດົ່ງນາຍ, ແຕ່ເມື່່ອຮອດລະດູ ຣາມືວານ, ລຸງ ໂຕ່ນເທິດດິ່ງ ກໍຈະກັບເມືອບ້ານ.

“ເຖິງວ່າຂ້າພະເຈົ້າໄປເຮັດວຽກຢູ່ໄກກໍ່ຕາມ ແຕ່ກໍພະຍາຍາມສັບຊ້ອນວຽກງານເພື່ອກັບມາຮ່ວມພ້ອມກັບຄອບຄົວ. ຣາມືວານ ປີໜຶ່ງກໍມີແຕ່ລະດູດຽວເທົ່ານັ້ນ, ສະນັ້ນ, ເຖິງວ່າວຽກຫຍຸ້ງປານໃດກໍຕ້ອງກັບເມືອບ້ານເຕົ້າໂຮມນຳຄອບຄົວ, ແລ້ວໄປປັບແປງຫຼຸມສົບ, ເຮັດພາເຂົ້າໄຫວ້ບູຊາບັນພະບຸລຸດ, ພາວະນາຂໍໃຫ້ບັນພະບຸລຸດຊ່ວຍຄ້ຳຊູໃຫ້ຄອບຄົວມີຄວາມສະຫງົບສຸກ”.

 ພິທີປັບແປງຫຼຸມສົບ (ພາບ: VOV)

ໂດຍແຕກຕ່າງກັບເທດສະການເດືອນ ຣາມາດານ ຂອງຊາວເຜົ່າ ຈຳ ຖືສາສະໜາ ອິດສະລາມ ທີ່ສາສະນິກກະຊົນທຸກຄົນຕ້ອງອົດອາຫານໝົດມື້ໃນຕະຫຼອດເດືອນ, ຮັກສາໂຕໃຫ້ປອດໃສເພື່ອພາວະນາ, ໃນເດືອນ ຣາມືວານ ຂອງຊາວເຜົ່າຈຳ ຖືສາສະໜາ ອິດສະລາມ ບານີ ມີພຽງແຕ່ນັກບວດ ເປັນຜູ້ທຳພິທີກຳຕ່າງໆ ແລະ ອົດອາຫານ. ນັກບວດອົງຕ່າງໆ ຈະຕາງໜ້າໃຫ້ສາສະນິກກະຊົນທຸກຄົນຢູ່ໃນໂບດ, ສວດມົນພາວະນາ. ເຂົາເຈົ້າກະກຽມຄຳພີ, ເຄື່ອງນຸ່ງ ແລະ ເຄື່ອງຂອງຕ່າງໆເພື່ອທຳພິທີ. ທ່ານ Gru Sa, ນັກບວດທີ່ມີພັນສາສູງຢູ່ຫໍທຳມະ ບ້ານ ບິ່ງຖັງ, ຕາແສັງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

“ຣາມືວານ ແມ່ນເດືອນທີ່ລູກເຕົ້າສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ, ບັນພະບຸລຸດ. ວິນຍານຂອງປູ່ຍ່າຕາຍາຍຜູ້ລ່ວງລັບໄປແລ້ວ ຖືກເຊີນມາເຕົ້າໂຮມຢູ່ຫໍທຳມະສະພາແຫ່ງນີ້ເພື່ອມາຮັບມາໂຈມເອົາເຄື່ອງບູຊາເຊິ່ງລູກຫຼານໄດ້ຖະຫວາຍໃນເດືອນ ຣາມືວານ”.

  ແຂວງ ບິ່ງທ້ວນ ໃນປັດຈຸບັນ ມີຊາວເຜົ່າ ຈຳ ຫຼາຍກວ່າ 40.000 ຄົນ, ໃນນັ້ນ ມີ 20.000 ກວ່າຄົນມີຄວາມເຊື່ອສັດທາຕໍ່ສາສະໜາ ອິດສະລາມ ບານີ. ຊີວິດການເປັນຢູ່ສ່ວນໃຫຍ່ຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍໃນແຂວງ ບິ່ງທ້ວນ ເວົ້າລວມ ແລະ ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ອິດສະລາມ ບານີ ເວົ້າສະເພາະ ໄດ້ຮັບການປົວແປງດີກວ່າແຕ່ກ່ອນຫຼາຍ ນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈຕ້ອນຮັບລະດູ ຣາມືວານ. ລຸງ ລຶວວັນເບ, ຢູ່ບ້ານ ບິ່ງຖັງ, ຕາແສງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

“ຍ້ອນໄດ້ຮັບຄວາມເອົາໃຈໃສ່ລົງທຶນຈາກພັກ, ລັດ, ສະນັ້ນ ການຜະລິດຂອງພໍ່ແມ່ປະຊາຊົນຈຶ່ງເປັນປົກກະຕິ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ສະນັ້ນ ການຈັດພິທີໄຫວ້ບູຊາບັນພະບຸລຸດກໍຄົບຖ້ວນງາມຕາກວ່າເກົ່າ”.

ຣາມືວານ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນວົງຕະກຸນ ໄດ້ເຕົ້າໂຮມກັນ, ອາໄລຫາບັນພະບຸລຸດຜູ້ໃຫ້ກຳເນີດ ແລະ ລ້ຽງດູເຮົາເທົ່ານັ້ນ, ຫາກຍັງແມ່ນໂອກາດສ້າງສາຍເຊື່ອມຕໍ່ໃນວົງຄະນະຍາດຊາວເຜົ່າ ຈຳ ອິດສະລາມ ບານີ ເພື່ອພ້ອມກັນມຸ່ງໄປເຖິງສິ່ງທີ່ຈົບງາມໃນການດຳລົງຊີວິດ. ນີ້ກໍແມ່ນໂອກາດເພື່ອອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ ຈຳ./.            

This site is protected by reCAPTCHA and the Google Privacy Policy and Terms of Service apply.