ຂ່າວເດັ່ນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ມຸ່ງໄປເຖິງ “ວັນບຸນຂອງປະເທດຊາດ”, ຝາກຝັງຄວາມເຊື່ອໝັ້ນຜ່ານບັດເລືອກຕັ້ງ
ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ມຸ່ງໄປເຖິງ “ວັນບຸນຂອງປະເທດຊາດ”, ຝາກຝັງຄວາມເຊື່ອໝັ້ນຜ່ານບັດເລືອກຕັ້ງ
ວັນອາທິດ, 11:47, 15/03/2026
VOV5
(VOVWORLD) - ຕອນເຊົ້າວັນທີ 15 ມີນາ, ພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031, ຊາວ ຫວຽດນາມ ອາໄສ ຢູ່ຫຼາຍປະເທດໃນໂລກຈຳນວນຫຼາຍ ທີ່ພວມມີໜ້າຢູ່ບ້ານເກີດເມືອງນອນໄດ້ເຂົ້າຮ່ວມການປ່ອນບັດ, ປະຕິບັດສິດ ແລະ ພັນທະພົນລະເມືອງໂດຍກົງໃນ “ວັນບຸນຂອງປະເທດຊາດ”.
ທ່ານນາງ ຫງວຽນຫວຽດຈ່ຽວ, ປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບ ປ່ອນບັດຢູ່ເຂດປ່ອນບັດທີ 3, ຕາແສງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ (ພາບ:VOV5) |
ທ່ານນາງ ຫງວຽນຫວຽດຈ່ຽວ, ປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບ, ໃຫ້ຮູ້ວ່າ:
“ຜູ້ແທນທີ່ໄດ້ຮັບການເລືອກຕັ້ງນັ້ນ ກ່ອນອື່ນໝົດຕ້ອງເປັນຄົນມີຄຸນສົມບັດ, ມີບຸກຄະລິກກະພາບ ແລະ ຄວາມໄວ້ວາງໃຈໃນໝູ່ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ເຂົາເຈົ້າຕ້ອງມີພູມປັນຍາ, ມີກຳລັງຄວາມສາມາດເພື່ອດຳລົງບັນດາໜ້າທີ່ໃຫຍ່, ພ້ອມທັງຕ້ອງໃກ້ຊິດກັບປະຊາຊົນ, ຮັບຟັງ ແລະ ເຄົາລົບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ຂ້າພະເຈົ້າກໍຫວັງວ່າ ບັນດາຜູ້ແທນຈະມີຄວາມຄາດຫວັງ ແລະ ຄວາມຕັດສິນໃຈສ້າງບັນດາບາດກ້າວກະໂດດຂັ້ນເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນໄລຍະໃໝ່".
ທ່ານ ຫງວຽນຢຸຍແອັງ, ປະທານກຽດຕິມະສັກ ສະມາຄົມຊາວ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ |
|
ບໍ່
ພຽງ
ແຕ່
ໄດ້ຕິດ
ຕາມ
ບັນ
ດາ
ເຫດ
ການ
ການ
ເມືອງ
ສຳ
ຄັນ
ຂອງ
ປະ
ເທດ
ຈາກ
ທາງ
ໄກ
, ຊາວ
ຫວຽດ
ນາມ
ອາ
ໄສ
ຢູ່
ຕ່າງ
ປະ
ເທດຫຼາຍ
ຄົນ
ໄດ້
ກັບ
ເມືອ
ຫວຽດ
ນາມ
ກົງ
ກັບ
ໂອ
ກາດ
ເລືອກ
ຕັ້ງ
ໄດ້
ເປັ
ນ
ເຈົ້າ
ການ
ສັບ
ຊ້ອນ
ເວ
ລາ
ເພື່ອ
ເຂົ້າ
ຮ່ວມ
ການ
ປ່ອນ
ບັດ
ໂດຍ
ກົງ
. ສຳ
ລັບ
ຊາວ
ຫວຽດ
ນາມ
ຫຼາຍ
ຄົນ
ທີ່
ອາ
ໄສ
ຢູ
່
ຕ່າງ
ປະ
ເທດ
, ເລື່ອງ
ກັບ
ເມືອ
ບ້າ
ນ
ເກີດ
ເມືອງນອນ
ເຂົ້າ
ຮ່ວມ
ການ
ປ່ອນ
ບັດ
ກໍ
ແມ່ນ
ຄວາມ
ຊົງ
ຈຳ
ອັນ
ພິ
ເສດ
. ທ່ານ
ຫງວຽນ
ຢຸຍ
ແອັງ
, ປະ
ທານ
ກຽດ
ຕິ
ມະ
ສັກ
ສະ
ມາ
ຄົມ
ຊາວ
ຫວຽດ
ນາມ
ປະ
ຈຳ
Fukuoka, ຍີ່
ປຸ່ນ
, ໃຫ້
ຮູ້
ວ່າ
:
“ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາສະມາຊິກໃນຊຸດໃໝ່ນີ້ ຈະມີວິທີມອງເຫັນທີ່ເລິກເຊິ່ງ ແລະ ຮອບດ້ານກວ່າກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີພູມປັນຍາ, ຄວາມສາມາດດ້ານເສດຖະກິດ ແລະ ຫຼາຍສາຍພົວພັນສາກົນ, ສະນັ້ນ, ຫວັງຢ່າງຍິ່ງວ່າ ຈະມີບັນດາກົນໄກ ແລະ ນະໂຍບາຍທີ່ສະດວກ ເພື່ອໃຫ້ພວກຂ້າພະເຈົ້າສາມາດກັບເມືອປະເທດ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ຮ່ວມເດີນທາງພ້ອມກັບປະເທດຊາດໃນໄລຍະພັດທະນາໃໝ່.”
ຮົ່ງແອັງ