ຂ່າວເດັ່ນ

ຊາວ​ອິດ​ສະ​ລາ​ແອັນ ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ແຜນ​ການ​ບຸກ​ໂຈມ​ຕີ​ເຂດ​ກາ​ຊາ

ຊາວ​ອິດ​ສະ​ລາ​ແອັນ ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ແຜນ​ການ​ບຸກ​ໂຈມ​ຕີ​ເຂດ​ກາ​ຊາ

(VOVWORLD) - ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງຮອບດ້ານກ່ຽວກັບການຢຸດຕິສົງຄາມຢູ່ເຂດກາຊາ ແລະ ປ່ອຍຕົວປະກັນເປັນອິດສະຫຼະ.

ຊາວອິດສະລາແອັນ ແຫ່ຂະບວນປະທ້ວງຄັດຄ້ານແຜນການບຸກໂຈມຕີເຂດກາຊາ
(ພາບ: REUTERS/Ronen Zvulun)

ບັນດາການແຫ່ຂະບວນປະທ້ວງຄັດຄ້ານເລື່ອງແກ່ຍາວການຕໍ່ສູ້ຢູ່ເຂດກາຊາ ສືບຕໍ່ໄດ້ຈັດຂຶ້ນໃນທົ່ວປະເທດ ອິດສະລາແອັນ ໃນວັນທີ 7 ສິງຫາ, ໃນສະພາບການລັດຖະບານ ອິດສະລາແອັນ ດຳເນີນວາລະປຶກສາຫາລືພິເສດເພື່ອຮັບຮອງເອົາແຜນການເປີດກວ້າງການບຸກໂຈມຕີ ແລະ ຢຶດຄອງເຂດກາຊາ ຢ່າງສົມບູນ. ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງຮອບດ້ານກ່ຽວກັບການຢຸດຕິສົງຄາມຢູ່ເຂດກາຊາ ແລະ ປ່ອຍຕົວປະກັນເປັນອິດສະຫຼະ.

ຢູ່ນະຄອນ Tel Aviv, ຜູ້ແຫ່ຂະບວນປະທ້ວງ ໄດ້ປິດລ້ອມເສັ້ນທາງຫຼວງຕ່າງໆ. ສ່ວນຢູ່ Jerusalem, ພໍ່ແມ່ພີ່ນ້ອງຂອງຕົວປະກັນຈຳນວນໜຶ່ງໄດ້ເອົາຕ່ອງໂສ້ມັດຕົວເອງ ແລະ ເຕົ້າໂຮມກັນປະທ້ວງຢູ່ນອກທຳນຽບຂອງລັດຖະບານ - ເຊິ່ງແມ່ນສະຖານທີ່ບັນດາສະມາຊິກລັດຖະບານ ອິດສະລາແອັນ ພວມປຶກສາຫາລືແຜນການເປີດກວ້າງການບຸກໂຈມຕີ ແລະ ຢຶດຄອງເຂດກາຊາ.

ກ່ຽວກັບວາລະປຶກສາຫາລືນີ້, ວົງການນັກຂ່າວ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານພົນຕີ Eyal Zamir ຫົວໜ້າເສນາທິການໃຫຍ່ ກຳລັງປ້ອງກັນຕົວ ອິດສະລາແອັນ(IDF)  ສືບຕໍ່ອອກຄຳກ່າວເຕືອນ ບັນດາສະມາຊິກລັດຖະບານ ອິດສະລາແອັນ ກ່ຽວກັບຄວາມປອດໄພຂອງບັນດາຕົວປະກັນ, ໃນກໍລະນີປະເທດນີ້ຊຸກຍູ້ແຜນການຢຶດຄອງເຂດກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.