ຂ່າວເດັ່ນ

ຊາວ ອິດ​ສະ​ຣາ​ແອັນ ແຫ່​ຂະ​ບວນ​ປະ​ທ້ວງ​ຮຽກ​ຮ້ອງ​ສິ້ນ​ສຸດ​ສົງ​ຄາມ

ຊາວ ອິດ​ສະ​ຣາ​ແອັນ ແຫ່​ຂະ​ບວນ​ປະ​ທ້ວງ​ຮຽກ​ຮ້ອງ​ສິ້ນ​ສຸດ​ສົງ​ຄາມ

(VOVWORLD) - ວັນທີ 28 ພຶດສະພາ, ມີຫຼາຍບັ້ນແຫ່ຂະບວນປະທ້ວງດ້ວຍຜູ້ເຂົ້າຮ່ວມນັບພັນຄົນ ໄດ້ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນຂອງ ອິດສະຣາແອັນ ໃນວັນຄົບຮອບ 600 ວັນຂອງການເກີດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ (ວັນທີ 7 ຕຸລາ 2023).

ປະຊາຊົນແຫ່ຂະບວນປະທ້ວງ (ພາບ: Reuters)

ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ນະຄອນ Tel Aviv ສືບຕໍ່ແມ່ນຈຸດສຸມຂອງບັ້ນແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ຍ້ອນແບບວິທີການບໍລິຫານບັ້ນຮົບຢູ່ເຂດ ກາຊາ ເຮັດໃຫ້ຕົວປະກັນ 58 ຄົນ ຍັງບໍ່ທັນໄດ້ກັບເມືອເຮືອນ. ເຂົ້າຮ່ວມບັນດາບັ້ນແຫ່ຂະບວນປະທ້ວງດັ່ງກ່າວ ມີຜູ້ທີ່ເຄີຍຖືກເປັນຕົວປະກັນ, ຍາດພີ່ນ້ອງຂອງຕົວປະກັນທີ່ພວມຖືກກັກຂັງຢູ່ເຂດ ກາຊາ, ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆ… ເຂົາເຈົ້າແຫ່ຂະບວນປະທ້ວງເພື່ອຮຽກຮ້ອງລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu  ດຳເນີນການປຶກສາຫາລືກັບກຳລັງ ຮາມາດສ ເພື່ອກູ້ເອົາຊີວິດບັນດາຕົວປະກັນ ແລະ ສິ້ນສຸດສົງຄາມການທະຫານໃນທັນທີ. ໃນເຂດສຳນັກງານພັກ Likud ຂອງທ່ານນາຍົກລັດຖະມົນຕີ Netanyahu, ບັນດາຜູ້ແຫ່ຂະບວນປະທ້ວງ ໄດ້ມີການປະທະກັນກັບກຳລັງປ້ອງກັນຄວາມສະຫງົບ, ເຮັດໃຫ້ຕຳຫຼວດ 2 ຄົນຖືກບາດເຈັບ ແລະ ຜູ້ແຫ່ຂະບວນປະທ້ວງ 62 ຄົນ ຖືກກັກຕົວ.

        ກ່ຽວຂ້ອງເຖິງການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໃຫ້ແກ່ເຂດ ກາຊາ, ກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ ມີລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າໄປເຂດ ກາຊາ ຕື່ມອີກ 121 ຄັນ.

        ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.