ຂ່າວເດັ່ນ

ຊາວ​ ປາ​ແລັດ​ສະ​ຕິນ ກ່​ວາ 69.000 ຄົ​ນ​ໄດ້​ເສຍ​ຊີ​ວິດ ຍ້ອນ​ການ​ປະ​ທະ​ກັນ​ຢູ່ ກາ​ຊາ

ຊາວ​ ປາ​ແລັດ​ສະ​ຕິນ ກ່​ວາ 69.000 ຄົ​ນ​ໄດ້​ເສຍ​ຊີ​ວິດ ຍ້ອນ​ການ​ປະ​ທະ​ກັນ​ຢູ່ ກາ​ຊາ

(VOVWORLD) - ວົງການເຈົ້າໜ້າທີ່ການແພດ ກາຊາ ວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຢູ່ ກາຊາ ອາດຈະພີ້ມຂຶ້ນ.

    ວັນທີ 8 ພະຈິກ, ອົງການສາທາລະນະສຸກ ກາຊາ ປະກາດວ່າ ຈຳນວນຊາວ ປາແບດສະຕິນ ທັງໝົດໄດ້ເສຍຊີວິດໃນການປະທະກັນທີ່ແກ່ຍາວເປັນເວລາ 2 ປີຢູ່ເຂດ ກາຊາ ລະຫວ່າງທະຫານ ອິດສະຣາແອັນ ແລະ ຂະບວນການ ຮາມາສ ໄດ້ຂຶ້ນເຖິງກ່ວາ 69.000 ຄົນແລ້ວ. ຈຳນວນຜູ້ເສຍຊີວິດແມ່ນເກືອບ 171.000 ຄົນ. ໃນຈຳນວນເຫຼົ່ານັ້ນ, ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ, ແມ່ຍິງ ແລະ ເດັກນ້ອຍກວມເອົາເຄິ່ງໜຶ່ງ.

    ວົງການເຈົ້າໜ້າທີ່ການແພດ ກາຊາ ວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຢູ່ ກາຊາ ອາດຈະພີ້ມຂຶ້ນ. ສາຍເຫດແມ່ນຍ້ອນວ່າ ຍັງມີນັບພັນຄົນຖືກຫາຍສາບສູນ ແລະ ອາດຈະເສຍຊີວິດໃນຊາກຫັກພັງຕ່າງໆ ຍ້ອນບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ກໍ່ຂຶ້ນ. ພ້ອມກັນນັ້ນ, ທະຫານ ອິດສະຣາແອັນ ອາດຈະສືບຕໍ່ບຸກໂຈມຕີເລັ່ງໃສ່ເຂດ ກາຊາ ດ້ວຍເຫດຜົນ ຮາມາສ ລະເມີດຄຳສັ່ງຢຸດຍິງ ແມ່ນມີໄພເກີດຂຶ້ນສູງ, ໃນສະພາບການທີ່ທະຫານ ອິດສະຣາແອັນ ຍັງປະກົດຕົວ ແລະ ຄວບຄຸມເນື້ອທີ່ດິນເຂດ ກາຊາ ກ່ວາເຄິ່ງໜຶ່ງ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.