ຂ່າວເດັ່ນ

ສະເຫຼີມ​ສະຫຼອງ 15 ປີ ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ”

ສະເຫຼີມ​ສະຫຼອງ 15 ປີ ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ”

(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງລາຍການ ສະເຫຼີມສະຫຼອງ 15 ປີ ຂະແໜງອຸດສາຫະກຳ ແລະ ການຄ້າ ປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” (2009 – 2024).

 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ກ່າວຄຳເຫັນທີ່ພິທີ (ພາບ: tapchicongthuong.vn)

ນັບແຕ່ເມື່ອດຳເນີນບັ້ນຂົນຂວາຍມາຮອດປັດຈຸບັນ, ລະດັບການຈໍລະຈອນສິນຄ້າຂາຍຍ່ອຍ ແລະ ການບໍລິການສືບຕໍ່ບັນລຸໄດ້ລະດັບການເຕີບໂຕປະມານ 10% ເມື່ອທຽບໃສ່ປີກ່ອນ; ສິນຄ້າ ຫວຽດນາມ ຢູ່ບັນດາຊ່ອງທາງຈຳໜ່າຍກວມເອົາອັດຕາສ່ວນສູງພໍສົມຄວນ, ກວ່າ 80% ຢູ່ຮ້ານຊັບພະສິນຄ້າແຫ່ງຕ່າງໆ; ແຕ່ 60% ຂຶ້ນໄປຢູ່ບັນດາຊ່ອງທາງຂາຍຍ່ອຍແບບເດີມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຂໍ້ສັງເກດວ່າ:

        “15 ປີຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າຍາມໃດກໍປະຕິບັດຕາມບັນດາແຜນນະໂຍບາຍ, ຄຳຊີ້ນຳຂອງຄະນະຊີ້ນຳສູນກາງ ບັ້ນຂົນຂວາຍເພື່ອເປັນເຈົ້າການສົມທົບກັບບັນດາຄະນະ, ຂະແໜງການ, ກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນໃນທຸກດ້ານ, ຍູ້ແຮງບັນດາການເຄື່ອນໄຫວກະຕຸ້ນຄວາມຕ້ອງການບໍລິໂພກ, ສົ່ງເສີມການຄ້າ, ເຊື່ອມຕໍ່ຜູ້ສະໜອງກັບຜູ້ຕ້ອງການບໍລິໂພກສິນຄ້າ; ຂຸດຄົ້ນບັນດາຮູບແບບການຄ້າ, ຕະຫຼາດຕ່າງໆຢ່າງມີປະສິດທິຜົນ; ຖືເປັນສຳຄັນການພັດທະນາ, ການຄ້າເອເລັກໂຕນິກ, ລະບົບຈຳໜ່າຍ, ການຂາຍຍ່ອຍ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນນະບົດ; ພ້ອມທັງໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບການຜະລິດ ແລະ ສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ”.  

        ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ສະເໜີໃຫ້ສືບຕໍ່ໂຄສະນາເຜີຍແຜ່ກ່ຽວກັບບັ້ນຂົນຂວາຍ, ເພື່ອແນໃສ່ປຸກລຸກນ້ຳໃຈຮັກຊາດ, ເຈດນຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພູມປັນຍາ, ຄຸນທາດ, ຄວາມຮັບຜິດຊອບ, ຄວາມຄາດຫວັງບືນຕົວຂຶ້ນຂອງຊາວ ຫວຽດນາມ ໃນການຜະລິດ, ດຳເນີນທຸລະກິດ, ໂຄສະນາ ແລະ ຊົມໃຊ້ສິນຄ້າ ຫວຽນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.