ຂ່າວເດັ່ນ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ບຣາຊິນ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ບຣາຊິນ

(VOVWORLD) - ດ້ວຍບັນດາຄວາມມານະພະຍາຍາມຜ່ານການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ແຜນນະໂຍບາຍເປັນເອກະພາບໃນຄວາມມີຫຼາຍຮູບຫຼາຍສີ ແລະ ຖືປະຊາຊົນເປັນໃຈກາງ

 ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ບຣາຊິນ

ວັນທີ 29 ສິງຫາ, ຢູ່ Brasilia, ຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ (ACB) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ກ່າວຄຳເຫັນນະທີ່ນີ້, ທ່ານ ເອກອັກຄະລັດຖະທູດ ໄທ ສຸຣາສັກ ສຸປຣາຣັດ, ປະທານຄົນປະຈຸບັນຂອງ ACB ເນັ້ນໜັກເຖິງ: ການເຕີບໃຫຍ່ຂອງ ອາຊຽນ ໃນຕະຫຼອດ 50 ປີຜ່ານມາໃນບັນດາຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ສາກົນ ແລະ ພັດທະນາວັດທະນະທຳ, ສັງຄົມ. ທ່ານເອກອັກຄະລັດຖະທູດ ສຸຣາສັກ ກໍ່ຖືວ່າ: ດ້ວຍບັນດາຄວາມມານະພະຍາຍາມຜ່ານການສ້າງປະຊາຄົມ ເສດຖະກິດ ອາຊຽນ ແລະ ແຜນນະໂຍບາຍເປັນເອກະພາບໃນຄວາມມີຫຼາຍຮູບຫຼາຍສີ ແລະ ຖືປະຊາຊົນເປັນໃຈກາງ, ຮ່ວມມືລະຫວ່າງ ບັນດາປະເທດ ສະມາຊິກ ອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມເຈລະຈາ ແລະ ບັນດາອົງການພາກພື້ນ, ບັນດາປະເທດອື່ນໆໃນໂລກຈະນຳມາໃຫ້ຫຼາຍແງ່ຫວັງໃໝ່ໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວັດທະນາຖາວອນໃນຊຸມປີຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.