ຂ່າວເດັ່ນ

ສະເຫຼີມສະຫຼອງ 76 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ

ສະເຫຼີມສະຫຼອງ 76 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ

(VOVWORLD) - ໂດຍສືບຕໍ່ມູນເຊື້ອອັນສະຫງ່າລາສີຂອງລຸ້ນກ່ອນໆ, ນັກຮຽນ, ນັກສຶກສາ ໃນມື້ນີ້ສືບຕໍ່ຢືນຢັນບົດບາດເປັນແກ່ນສານ, ມີຄວາມຮັບຜິດຊອບ ແລະ ຄຸນນະທາດຂອງຕົນໃນການຮັບໜ້າທີ່ໃໝ່ຂອງປະເທດຊາດ

ທີ່ພິທີສະເຫຼີມສະຫຼອງ
(ພາບ: TTXVN)

        ຕອນຄ່ຳວັນທີ 28 ທັນວາ, ຢູ່ ຮ່າໂນ້ຍ, ສະມາຄົມນັກສຶກສາ ຫວຽດນາມ ໄດ້ຈັດລາຍການສະເຫຼີມສະຫຼອງ 76 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2026); ເຊີດຊູຍ້ອງຍໍສັນລະເສີນສູນກາງ ສົກຮຽນ 2024 – 2025.

        ຢູ່ທີ່ນີ້, ທ່ານ ຫງວຽນມິນຈຽດ, ເລຂາສູນກາງຄະນະຊາວໜຸ່ມ, ປະທານສະຫະມາພັນຊາວໜຸ່ມ ຫວຽດນາມ, ຢືນຢັນວ່າ ໂດຍສືບຕໍ່ມູນເຊື້ອອັນສະຫງ່າລາສີຂອງລຸ້ນກ່ອນໆ, ນັກຮຽນ, ນັກສຶກສາ ໃນມື້ນີ້ສືບຕໍ່ຢືນຢັນບົດບາດເປັນແກ່ນສານ, ມີຄວາມຮັບຜິດຊອບ ແລະ ຄຸນນະທາດຂອງຕົນໃນການຮັບໜ້າທີ່ໃໝ່ຂອງປະເທດຊາດ, ຜ່ານບັນດາຂະບວນການ ແລະ ລາຍການໂດຍສະມາຄົມນັກສຶກສາ ຫວຽດນາມ ປຸກລະດົມ ແລະ ຈັດຕັ້ງ. ທ່ານ ຫງວຽນມິນຈຽດ ເນັ້ນໜັກວ່າ:

        “ໃນບົດຂຽນ “ອະນາຄົດໃຫ້ລຸ້ນໜຸ່ມບືນຕົວຂຶ້ນ”, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຢືນຢັນ ແລະ ຝາກຝັງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຂອງພັກ, ລັດ ສຳລັບລຸ້ນໜຸ່ມ, ໃນນັ້ນມີນັກຮຽນ, ນັກສຶກສາ. ໂດຍຊາບຊຶມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງນັ້ນຢ່າງເລິກເຊິ່ງ, ຂ້າພະເຈົ້າຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາແຕ່ລະຄົນ ມານະພະຍາຍາມຝຶກຝົນຫຼໍ່ຫຼອມເຈດຈຳນົງ, ຫຼໍ່ລ້ຽງຄວາມຄາດຫວັງ, ເປັນເຈົ້າການໃນການຮ່ຳຮຽນ, ປະດິດຄິດສ້າງ, ຕັ້ງໜ້າຄົ້ນຄວ້າວິທະຍາສາດ, ພິຊິກບັນດາຈຸດສູງພູມປັນຍາໃໝ່”.

This site is protected by reCAPTCHA and the Google Privacy Policy and Terms of Service apply.