ຂ່າວເດັ່ນ

ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ ບຣາຊິນ

ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ ບຣາຊິນ

(VOVWORLD) - ວັນທີ 03 ກຸມພາ, ຢູ່ນະຄອນຫຼວງ Brasilia, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດພິທີສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026).

ທ່ານ ບຸຍວັນງີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ
(ພາບ: TTXVN)

        ກ່າວຄຳເຫັນທີ່ເຫດການ, ທ່ານ ບຸຍວັນງີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ຫາກໍ່ຈັດຂຶ້ນຢ່າງສຳເລັດຜົນນັ້ນ ໄດ້ເປັນຂີດໝາຍການເມືອງທີ່ມີຄວາມໝາຍຕັດສິນ, ເປີດ “ສັງກາດບຸກບືນຂອງຊາດ ຫວຽດນາມ”. ກອງປະຊຸມໃຫຍ່ກຳນົດເປົ້າໝາຍຮອດປີ 2030 ນຳ ຫວຽດນາມ ໃຫ້ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ…

        ທ່ານເອກອັກຄະລັດຖະທູດ ບຸຍວັນງີ້ ຢືນຢັນວ່າ ໃນຂົງເຂດການພົນພັນຕ່າງປະເທດ, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ເປັນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວັງຢາກເປີດກວ້າງການຮ່ວມມືຢ່າງແທ້ຈິງກັບບັນດາປະເທດ ອາເມລິກາ ລາຕິນ, ໃນນັ້ນມີ ບຣາຊິນ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນບັນດາປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.