ຂ່າວເດັ່ນ

ສະເໜີຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ດຳລົງຕຳແໜ່ງປະທານສານ ITLOS, ອາຍຸການ 2026 – 2035

ສະເໜີຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ດຳລົງຕຳແໜ່ງປະທານສານ ITLOS, ອາຍຸການ 2026 – 2035

(VOVWORLD) - ເລື່ອງເປັນຄັ້ງທຳອິດ ຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ

ທ່ານ ຮສ.ປອ ນາງ ຫງວຽນທິລານແອັງ
(ພາບ: ກະຊວງການຕ່າງປະເທດ)

        ວັນທີ 29 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມສະເໜີທ່ານ ຮສ.ປອ ນາງ ຫງວຽນທິລານແອັງ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ຮັບສະໝັກເລືອກຕັ້ງຂອງ ຫວຽດນາມ ດຳລົງຕຳແໜ່ງປະທານສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026 – 2035 ກັບຄະນະທູຕານຸທູດບັນດາປະເທດປະຈຳ ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ, ເລື່ອງເປັນຄັ້ງທຳອິດ ຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າ ITLOS ແມ່ນການຕັດສິນໃຈທີ່ຄວາມໝາຍຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືກົດໝາຍສາກົນເປັນສຳຄັນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ກາຍເປັນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນເຂົ້າວຽກງານລວມຂອງປະຊາຄົມສາກົນ. ການສະເໜີນີ້ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ ກໍຄືຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບົດບາດຂອງແມ່ຍິງໃນບັນດາລະບອບລະບຽບການສາກົນ.

        ຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດໄດ້ຕີລາຄາສູງຄວາມຕັດສິນໃຈຮັບສະໝັກເລືອກຕັ້ງຂອງ ຫວຽດນາມ, ລະດັບວິຊາສະເພາະ, ບົດຮຽນຂອງຜູ້ສະໝັກເລືອກຕັ້ງຂອງ ຫວຽດນາມ ແລະ ອວຍພອນໃຫ້ ຫວຽດນາມ ປະສົບຜົນສຳເລັດໃນການສະເໜີສຳຄັນດັ່ງກ່າວ.

ທ່ານ ຮສ.ປອ ນາງ ຫງວຽນທິລານແອັງ ແມ່ນໜຶ່ງໃນບັນດານັກຊ່ຽວຊານແຖວໜ້າໃນຂົງເຂດກົດໝາຍສາກົນຢູ່ ຫວຽດນາມ. ປະຈຸບັນ, ທ່ານແມ່ນກຳມະການຕາມເອກະສານຊ້ອນທ້າຍ VII ຂອງ UNESCO ແລະ ຮອງປະທານສະມາຄົມກົດໝາຍສາກົນອາຊີ. ທ່ານມີການຄົ້ນຄວ້າຫຼາຍຢ່າງໃນຂົງເຂດແກ້ໄຂການຂັດແຍ້ງກັນໃນການເດີນທະເລ ແລະ ຈັດຫຼາຍກອງປະຊຸມ, ກອງປະຊຸມສຳມະນາກ່ຽວກັບບັນຫາຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລໃນພາກພື້ນ ແລະ ການນຳໃຊ້ UNCLOS 1982.

This site is protected by reCAPTCHA and the Google Privacy Policy and Terms of Service apply.