ຂ່າວເດັ່ນ

ສະເໜີປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ”

ສະເໜີປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ”

(VOVWORLD) - ປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ” ໂດຍ VOV ສົມທົບກັບສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ພິມຈຳໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ VOV

(ປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ”)

ພິທີສະເໜີປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ” ຈັດຂຶ້ນໃນຕອນເຊົ້າວັນທີ 04 ກັນຍາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58, ຖະໜົນ ກວານຊື, ຮ່າໂຮ້ຍ. ເຂົ້າຮ່ວມເຫດການ, ມີທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV); ທ່ານ ຟານຊວັນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຜູ້ຕາງໜ້າບັນດາອົງການສື່ມວນຊົນ ແລະ ອະດີດການນຳ VOV.

        ປື້ມ “ວິທະຍຸກະຈາຍສຽງ ຫວຽດນາມ 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ” ໂດຍ VOV ສົມທົບກັບສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ພິມຈຳໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 – 07 ກັນຍາ 2025).

(ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV)

ກ່າວຄຳເຫັນຢູ່ທີພິທີສະເໜີປື້ມ, ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ເນັ້ນໜັກວ່າ:

        “ໃນບັນຍາກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັດຊາດ ຫວຽດນາມ ທີ 02 ກັນຍາ, ກໍ່ແມ່ນວັນວິທະຍຸກະຈາຍສຽງ ຫວຽດນາມ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ, ການສະເໜີປື້ມຫົວນີ້ມີຄວາມໝາຍໃຫຍ່ຫຼວງຢ່າງແທດຈິງ, ສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນຂອງລຸ້ນກ່ອນໆ ທີ່ໄດ້ສ້າງສາ, ເສີມສ້າງຄຸນຄ່າ “ສຽງເວົ້າ ຫວຽດນາມ” ທີ່ສັກສິດໃນເສັ້ນທາງທີ່ຫຍຸ້ງຍາກຂອງປະເທດຊາດ; ສະແດງໃຫ້ເຫັນຄວາມຕັດສິນໃຈ, ຄວາມຄາດຫວັງຂອງ “ສຽງເວົ້າ ຫວຽດນາມ” ໃນມື້ນີ້ ທີ່ພວມ ແລະ ຈະຮ່ວມເດີນທາງພ້ອມກັບປະເທດຊາດ, ພ້ອມກັບປະຊາຊົນໃນສັງກາດໃໝ່ຕະຫຼອດໄປ”.

        ດ້ວຍເກືອບ 500 ໜ້າ, ປື້ມຫົວນີ້ໄດ້ສຸມໃສ່: ພັນລະນາມູນຄືນເຊື້ອ ແລະ ຄຸນນະທາດຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະ 80 ປີແຫ່ງການສ້າງຕັ້ງ, ພັດທະນາ, ຢືນຢັນທີ່ຕັ້ງຂອງ VOV ຢູ່ໃຈກາງຂອງປະເທດຊາດ - ຂອງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.