ຂ່າວເດັ່ນ

ສະຫະປະຊາຊາດ ແລະ ຫຼາຍປະເທດ ຄັດຄ້ານແຜນການຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງ ອິດສະຣາແອັນ

ສະຫະປະຊາຊາດ ແລະ ຫຼາຍປະເທດ ຄັດຄ້ານແຜນການຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງ ອິດສະຣາແອັນ

(VOVWORLD) - ທ່ານ Stephane Dujarric, ໂຄສົກສະຫະປະຊາຊາດຢືນຢັນວ່າ, ຂໍ້ຕົກລົງຂອງ ອິດສະຣາແອັນ ຈະທຳລາຍມາດຕະການ 2 ລັດ,

ຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງ ອິດສະຣາແອັນ
(ພາບປະກອບ: THX/TTXVN)

        ວັນທີ 20 ສິງຫາ, ສະຫະປະຊາຊາດ ແລະ ຫຼາຍປະເທດຝ່າຍຕາເວັນຕົກ ໄດ້ສະແດງຄວາມວິຕົກກັງວົນຕໍ່ແຜນການສ້າງຕັ້ງຖິ່ນຖານຄົງທີ່ຄືນໃໝ່ E1 ທີ່ ອິດສະຣາແອັນ ຫາກໍ່ອະນຸມັດຜ່ານຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ທີ່ຖືກຢຶດຄອງ, ໂດຍຖືວ່າ, ດ້ວຍໂຄງການເຮືອນຢູ່ປະມານ 3.400 ຫຼັງໃໝ່, ຈະແບ່ງຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ອອກຈາກ ເຢຣຸຊາແລັມ ຕາເວັນອອກ ແລະ ນາບຂູ່ຢ່າງຮ້າຍແຮງຕໍ່ແງ່ຫວັງມາດຕະການ 2 ລັດ.

        ທ່ານ Stephane Dujarric, ໂຄສົກສະຫະປະຊາຊາດຢືນຢັນວ່າ, ຂໍ້ຕົກລົງຂອງ ອິດສະຣາແອັນ ຈະທຳລາຍມາດຕະການ 2 ລັດ, ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ລັດຖະບານ ອິດສະຣາແອັນ ຢຸດທຸກການເຄື່ອນໄຫວເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່. ທ່ານເນັ້ນໜັກວ່າ, ເລື່ອງ ອິດສະຣາແອັນ ສືບຕໍ່ຜັນຂະຫຍາຍແຜນການ E1 ແມ່ນໄປຝືນກັບບັນດາມະຕິຂອງສະຫະປະຊາຊາດ ແລະ ນາບຂູ່ ເຮັດໃຫ້ສະພາບການທີ່ເຄັ່ງຕຶງຢູ່ເຂດຕາເວັນອອກກາງ ຮ້າຍແຮງຂຶ້ນຕື່ມ. ໃນຂະນະນັ້ນ, ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ຖືວ່າ, ແຜນການດັ່ງກ່າວໄດ້ລະເມີດກົດໝາຍສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.