ຂ່າວເດັ່ນ

ສະຫະພາບເອີຣົບ ເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ ຢູແກຼນ

ສະຫະພາບເອີຣົບ ເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ ຢູແກຼນ

(VOVWORLD) - ສະຫະພາບເອີຣົບ ຈະອຸປະຖໍາ 2 ຕື້ ເອີໂຣ (2,3 ຕື້ USD) ເພື່ອສະໜອງເຄື່ອງບິນບໍ່ມີຄົນຂັບ (UAV) ໃຫ້ແກ່ ຢູແກຼນ.

ນີ້ແມ່ນຄໍາໝັ້ນສັນຍາ ໂດຍທ່ານນາງປະທານຄະນະກໍາມະການເອີຣົບ ((EC) Ursula von der Leyen ປະກາດໃນວັນທີ 30 ກັນຍາ ໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ພ້ອມກັບທ່ານເລຂາທິການໃຫຍ່ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) Mark Rutte.

        ທ່ານນາງ Ursula von der Leyen ພັນລະນາບ້ວງເງິນຊ່ວຍເຫຼືອວ່າ ແມ່ນ “ຄໍາໝັ້ນສັນຍາການທະຫານລະອຽດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ" ຂອງ ອີຢູ ສໍາລັບ ຢູແກຼນ, ພ້ອມທັງເນັ້ນໜັກເຖິງບົດບາດແກ່ນສານຂອງປະເທດນີ້ໃນການປ້ອງກັນຄວາມສະຫງົບໃຫ້ທົ່ວເອີຣົບ. ທ່ານນາງ ເນັ້ນໜັກວ່າ: “ພວກເຮົາຕ້ອງເພີ່ມທະວີການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ. ຖ້າຖື ຢູແກຼນ ແມ່ນແລວປ້ອງກັນຕົວທໍາອິດຂອງຕົນ, ແມ່ນຮອດເວລາກະທໍາທີ່ສວມຄວນແລ້ວ”.

        ຕາມທ່ານນາງປະທານຄະນະກໍາມະການເອີຣົບແລ້ວ, ການອຸປະຖໍາທັງໝົດຈະໄດ້ເບີກຈ່າຍໃນທັນທີ, ສຸມໃສ່ການສະໜອງເຮືອບິນບໍ່ມີຄົນຂັບ ແລະ ເປີດກວ້າງຂອບຂະໜາດນໍາໃຊ້ໃນພາກສະໜາມຕົວຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.