ຂ່າວເດັ່ນ

ສະມາຄົມຊາວກະສິກອນ ຫວຽດນາມ ແລະ ແນວລາວສ້າງຊາດ ເພີ່ມທະວີການຮ່ວມມື

ສະມາຄົມຊາວກະສິກອນ ຫວຽດນາມ ແລະ ແນວລາວສ້າງຊາດ ເພີ່ມທະວີການຮ່ວມມື

(VOVWORLD) - ສະມາຄົມຊາວກະສິກອນ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສູນກາງແນວລາວສ້າງຊາດ ໃນການສ້າງສະມາຄົມຊາວກະສິກອນ ລາວ, ກໍ່ຄືແບ່ງປັນປະສົບການ ແລະ ບົດຮຽນໃນການເຄື່ອນໄຫວຂອງສະມາຄົມ

(ທີ່ການພົບປະເຈລະຈາ)

        ຕອນບ່າຍວັນທີ 05 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດການພົບປະເຈລະຈາ 2 ຝ່າຍລະຫວ່າງສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ.

        ທີ່ການພົບປະເຈລະຈາ, ທ່ານ ເລືອງກວັກດ່ວານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ຢືນຢັນວ່າ, ສະມາຄົມຊາວກະສິກອນ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສູນກາງແນວລາວສ້າງຊາດ ໃນການສ້າງສະມາຄົມຊາວກະສິກອນ ລາວ, ກໍ່ຄືແບ່ງປັນປະສົບການ ແລະ ບົດຮຽນໃນການເຄື່ອນໄຫວຂອງສະມາຄົມ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ.

        ສ່ວນທ່ານ ຄຳໄຫຼ ສີປະເສີດ, ຮອງປະທານສູນກາງແນວລາວສ້າງຊາດ ປາດຖະໜາວ່າ, ສະມາຄົມຊາວກະສິກອນ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ບຳລຸງສ້າງ, ແບ່ງປັນບົດຮຽນໃຫ້ຊາວກະສິກອນ ລາວ, ປະກອບສ່ວນສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ.

        ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັ່ນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ສູນກາງແນວລາວ ສ້າງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.