ຂ່າວເດັ່ນ

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

(VOVWORLD) - ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນ ລາວ - ຫວຽດນາມ ໃນທຸກຂົງເຂດ.

(ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ)

        ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ.

        ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນ ລາວ - ຫວຽດນາມ ໃນທຸກຂົງເຂດ. ກ່ຽວກັບການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ການນຳ 2 ທ່ານໄດ້ຕີລາຄາສູງເລື່ອງ ສະພາແຫ່ງຊາດ 2 ປະເທດໄດ້ສົມທົບກັນຈັດພິມຈຳໜ່າຍປື້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ”, ຖືນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາ ສ່ອງແສງປະຫວັດສາດການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ສະພາແຫ່ງຊາດ; ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງອົງການນິຕິບັດຍັດຂອງ 2 ປະເທດເວົ້າສະເພາະ, ພິເສດແມ່ນໃຫ້ແກ່ລຸ້ນໜຸ່ມ; ການນຳ 2 ທ່ານກໍ່ສະເໜີໃຫ້ອົງການນິຕິບັນຍັດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາໜຸ່ມ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ…

This site is protected by reCAPTCHA and the Google Privacy Policy and Terms of Service apply.