ຂ່າວເດັ່ນ

ສະພາແຫ່ງຊາດ ຫວຽດນາມ ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ

ສະພາແຫ່ງຊາດ ຫວຽດນາມ ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. (ພາບ:Doãn Tấn/TTXVN)

ຕອນບ່າຍວັນທີ 9 ກັນຍາ, ຢູ່ ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດຂັ້ນຊາດ ດ້ວຍຫົວຂໍ້ວ່າ: “ສະພາແຫ່ງຊາດ ຫວຽດນາມ  - 80 ປີແຫ່ງການສ້າງຕັ້ງ ແລະພັດທະນາ”. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ເປັນປະທານກອງປະຊຸມສຳມະນາ.

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ເນັ້ນຫນັກວ່າ:  80 ປີຜ່ານມາ, ສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ຕັດສິນຊີ້ຂາດບັນດາບັນຫາສຳຄັນຂອງປະເທດຊາດ. ໃນສະພາບການໃຫມ່ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່, ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດກ່າວວ່າ:

 “ເລື່ອງແລກປ່ຽນ, ປຶກສາຫາລື, ສະຫລຸບ, ຕີລາຄາພຶດຕິກຳຕົວຈິງການປ່ຽນໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃນ 80 ປີຜ່ານມາ, ກຳນົດບັນດາຜົນງານທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງ ແລະ ການສະເຫນີບັນດາມາດຕະການ ເພື່ອແນໃສ່ສືບຕໍ່ປ່ຽນແປງໃຫມ່ການຈັດຕັ້ງ, ຍົກສູງປະສິດທິຜົນ, ປະສິດທິພາບການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະໃຫມ່ ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ພາວະວິໄສ”

This site is protected by reCAPTCHA and the Google Privacy Policy and Terms of Service apply.