ຂ່າວເດັ່ນ

ສະພາແຫ່ງຊາດຮັບຮອງເອົາມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013

ສະພາແຫ່ງຊາດຮັບຮອງເອົາມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ 2013

(VOVWORLD) - ສິ່ງທີ່ໜ້າສົນໃຈ, ມາດຕາ 110 ລັດຖະທຳມະນູນ ສະບັບປັບປຸງ ຍົກອອກບັນດາຫົວໜ່ວຍບໍລິຫານຂອງປະເທດ ສສ.ຫວຽດນາມ ໄດ້ຈັດເປັນ 2 ຂັ້ນ

(ທີ່ກອງປະຊຸມ)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິຂອງສະພາແຫ່ງຊາດວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013; ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ).

ສິ່ງທີ່ໜ້າສົນໃຈ, ມາດຕາ 110 ລັດຖະທຳມະນູນ ສະບັບປັບປຸງ ຍົກອອກບັນດາຫົວໜ່ວຍບໍລິຫານຂອງປະເທດ ສສ.ຫວຽດນາມ ໄດ້ຈັດເປັນ 2 ຂັ້ນ, ລວມມີຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ ແລະ ບັນດາຫົວໜ່ວຍບໍລິຫານລຸ່ມແຂວງ, ນະຄອນຂຶ້ນກັບສູນກາງ ໂດຍກົດໝາຍກຳນົດ. ຫົວໜ່ວຍບໍລິຫານ - ເສດຖະກິດພິເສດໂດຍສະພາແຫ່ງຊາດສ້າງຕັ້ງ. ມະຕິວ່າດ້ວຍການປັບປຸງ, ເພີມເຕີມບາງມາດຕາຂອງລັດຖະທຳມະນູນ 2013 ມີຜົນສັກສິດນັບແຕ່ເມື່ອໄດ້ຮັບຮອງເອົາ (16 ມິຖຸນາ 2025). ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ.

“ເລື່ອງປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນໄດ້ກາຍເປັນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ, ກວ້າງຂວາງ, ສະແດງໃຫ້ເປັນຈິດໃຈຄວາມເປັນເຈົ້າ, ເສີມຂະຫຍາຍພູມປັນຍາລວມໝູ່, ໜ້າທີ່ຮັບຜິດຊອບ ແລະ ນ້ຳໃຈຮັກຊາດຂອງປະຊາຊົນທຸກຊັ້ນວັນນະ. ມາຮອດປະຈຸບັນ, ອາດສາມາດຢັ້ງຢືນໄດ້ວ່າ, ເລື່ອງປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ໄດ້ຮັບປະກັນບັນດາຂັ້ນຕອນລະບຽບການຕາມຂໍ້ກຳນົດ, ຮັບປະກັບຄວາມຄືບໜ້າ, ຫັນເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ປະຊາຊົນປະກອບຄຳເຫັນ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ກຽມພ້ອມເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ສະແດງຄຳເຫັນຂອງຕົນໃນຈຸດເວລາປະຫວັດສາດຂອງ ຫວຽດນາມ”.

ໃນຂະນະນັ້ນ, ສະພາແຫ່ງຊາດກໍ່ໄດ້ຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ໃນຕອນເຊົ້າວັນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.