ຂ່າວເດັ່ນ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

(VOVWORLD) - ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ

ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15
(ພາບ: quochoi.vn)

        ວັນທີ 27 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຈຸດໃໝ່ມີລັກສະນະບຸກທະລຸຂອງຮ່າງກົດໝາຍ, ຄື: ການຫຼຸດຜ່ອນ ແລະ ຫັນລະບຽບການເປັນງ່າຍດາຍ, ຮັດແຄບ ແລະ ເຮັດແຈ້ງຂົງເຂດໂຄງການທີ່ຕ້ອງຕົກລົງຮັບຮອງເອົາແຜນນະໂຍບາຍການລົງທຶນ, ຫັນບັນດາຂະແໜງອາຊີບດຳເນີນທຸລະກິດມີເງື່ອນໄຂຢ່າງໂປ່ງໃສ, ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດ. ໃນສະພາບ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນຢ່າງແຮງ, ບັນຊີເນື້ອໃນຂະແໜງອາຊີບໃຫ້ບຸລິມະສິດລົງທຶນ ຕ້ອງສຸມໃສ່ຫຼາຍທີ່ສຸດຕໍ່ບັນດາຂະແໜງຍຸດທະສາດ, ບຸລິມະສິດເສດຖະກິດພູມປັນຍາ ແລະ ເຕັກໂນໂລຊີສູງ.

        ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ, ບໍ່ຕ້ອງຂໍແຜນນະໂຍບາຍ ແລະ ໃບອະນຸຍາດກໍ່ສ້າງ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດກໍ່ໄດ້ປຶກສາຫາລືຮ່າງກົດໝາຍວ່າດ້ວຍປັນຍາປະດິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.