ຂ່າວເດັ່ນ

ສະພາສູງ ອາເມລິກາ ບໍ່ມີທາງອອກ, ຄວາມສ່ຽງລັດຖະບານສືບຕໍ່ປິດປະຕູ

ສະພາສູງ ອາເມລິກາ ບໍ່ມີທາງອອກ, ຄວາມສ່ຽງລັດຖະບານສືບຕໍ່ປິດປະຕູ

(VOVWORLD) - ການນຳຝ່າຍສ່ວນຫຼາຍ ທ່ານ John Thune ຢືນຢັນວ່າ ພັກສາທາລະນະບໍ່ຍອມຮັບການເຈລະຈາ, ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ເສັ້ນທາງໜຶ່ງດຽວເພື່ອເປີດປະຕູລັດຖະບານຄືນໃໝ່ແມ່ນພັກປະຊາທິປະໄຕຕ້ອງສະໜັບສະໜູນມະຕິລາຍຈ່າຍໄລຍະສັ້ນ “ສະອາດ”

ການນຳຝ່າຍສ່ວນຫຼາຍ ທ່ານ John Thune
(ພາບ: REUTERS/Jonathan)

ວັນທີ 03 ຕຸລາ, ອີກເທື່ອໜຶ່ງສະພາສູງ ອາເມລິກາ ບໍ່ສາມາດຮັບຮອງເອົາຮ່າງກົດໝາຍງົບປະມານສະບັບຕ່າງໆ, ເຮັດໃຫ້ສະພາບລັດຖະບານສະຫະລັດປິດປະຕູເກືອບຄືວ່າຈະແກ່ຍາວໄປອາທິດຈະມາເຖິງ.

ກ່າວຄຳເຫັນກ່ອນການປ່ອນບັດ, ການນຳຝ່າຍສ່ວນຫຼາຍ ທ່ານ John Thune ຢືນຢັນວ່າ ພັກສາທາລະນະບໍ່ຍອມຮັບການເຈລະຈາ, ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ເສັ້ນທາງໜຶ່ງດຽວເພື່ອເປີດປະຕູລັດຖະບານຄືນໃໝ່ແມ່ນພັກປະຊາທິປະໄຕຕ້ອງສະໜັບສະໜູນມະຕິລາຍຈ່າຍໄລຍະສັ້ນ “ສະອາດ”, ປອດພັກຝ່າຍໂດຍພັກສາທາລະນະຍົກອອກມາ. ກົງກັນຂ້າມ, ການນຳຝ່າຍສ່ວນໜ້ອຍ ທ່ານ Chuck Schumer ກ່າວຫາລັດຖະບານຖືກປິດປະຕູຍ້ອນ ທ່ານປະທານາທິບໍດີ Donald Trump ແລະ ພັກສາທາລະນະ “ເດັດດ່ຽວເຮັດໃຫ້ເພີ່ມລາຍຈ່າຍປະກັນສຸຂະພາບ ແລະ ເຮັດໃຫ້ນັບລ້ານຄົນເສຍຜົນປະໂຫຍດ".

This site is protected by reCAPTCHA and the Google Privacy Policy and Terms of Service apply.