ຂ່າວເດັ່ນ

ສັບ​ປະ​ດາ​ວັດ​ທະ​ນະ​ທຳ APEC 2025: ວາ​ລະ​ປິດ​ສັບ​ປະ​ດາ ດ້ວຍ​ວິ​ໄສ​ທັດ​ໃຫ້​ແກ່​ສັງ​ກາດ AI ແລະ ສິ່ງ​ທ້າ​ທາຍ​ໃນ​ບັນ​ຫາປະ​ຊາ​ກອນ

ສັບ​ປະ​ດາ​ວັດ​ທະ​ນະ​ທຳ APEC 2025: ວາ​ລະ​ປິດ​ສັບ​ປະ​ດາ ດ້ວຍ​ວິ​ໄສ​ທັດ​ໃຫ້​ແກ່​ສັງ​ກາດ AI ແລະ ສິ່ງ​ທ້າ​ທາຍ​ໃນ​ບັນ​ຫາປະ​ຊາ​ກອນ

(VOVWORLD) - ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 ໄດ້ດຳເນີນພິທີປິດໃນວັນທີ 01 ພະຈິກ ຢູ່ນະຄອນ Gyeongju, ສ.ເກົາຫຼີ.

ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 (ພາບ: TTXVN)
 

ຫົວຂໍ້ຂອງວາລະປະຊຸມແມ່ນ “ວິໄສທັດ ອາຊີ - ປາຊີຟິກ ກຽມພ້ອມໃຫ້ແກ່ບັນດາການປ່ຽນແປງໃນອະນາຄົດ”, ສຸມໃສ່ປຶກສາຫາລືບັນດາບັນຫາໃຫຍ່ ເຊິ່ງໂລກພວມປະເຊີນໜ້າ, ລວມມີ: ການພັດທະນາເຕັກໂນໂລຢີປັນຍາປະດິດ (AI) ແລະ ບັນດາການປ່ຽນແປງກ່ຽວກັບກົນໄກປະຊາກອນ ຍ້ອນອັດຕາການເກີດຕ່ຳ ແລະ ປະຊາກອນມີອາຍຸສູງກວມເອົາສ່ວນຫຼາຍ, ບັນດາສິ່ງທ້າທາຍລວມຂອງພາກພື້ນ ອາຊີ - ປາຊີຟິກ.

ວາລະປະຊຸມໄດ້ດຳເນີນຕາມຮູບແບບແລກປ່ຽນຄຳເຫັນຕາມອັດທະຍາໄສ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງສາຍພົວພັນລະຫວ່າງບັນດາການນຳ APEC ເຊິ່ງບໍ່ຖືກບັງຄັບດ້ວຍລະບຽບການ. ທ່ານເລຂາທິການໃຫຍ່ ສ.ເກົາຫຼີ Lee Jae Myung ແນະນຳຂໍ້ລິເລີ່ມທີ່ມີຊື່ວ່າ “ສັງຄົມ AI ໃຫ້ແກ່ປະຊາຊົນທຸກຄົນ”, ດ້ວຍຈຸດປະສົງມຸ່ງໄປເຖິງສັງຄົມ AI ທົ່ວໂລກ, ບ່ອນທີ່ທຸກຄົນລ້ວນແຕ່ມີໂອກາດໄດ້ຊົມໃຊ້ຜົນປະໂຫຍດຈາກຄວາມກ້າວໜ້າຂອງເຕັກໂນໂລຢີຢ່າງຍຸຕິທຳ.

ກອງປະຊຸມໄດ້ຮັບຮອງເອົາ “ຖະແຫຼງການ Gyeongju”, ສະຫຼຸບໝາກຜົນການປຶກສາຫາລືປີນີ້, ພ້ອມດ້ວຍເອກະສານ 2 ສະບັບສະເພາະກ່ຽວກັບ AI ແລະ ສິ່ງທ້າທາຍປະຊາກອນວິທະຍາ. ສິ້ນສຸດກອງປະຊຸມ, ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ມອບໂອນບົດບາດປະທານ APEC ໃຫ້ແກ່ທ່ານປະທານປະເທດ ຈີນ ສີຈີນຜິງ, ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມ APEC ໃນປີ 2026.


This site is protected by reCAPTCHA and the Google Privacy Policy and Terms of Service apply.