ຂ່າວເດັ່ນສັບປະດາເຮັດວຽກທີສອງ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV ສຸມໃສ່ໃຫ້ແກ່ວຽກງານປັບປຸງລັດຖະທຳມະນູນ ແລະ ກົດໝາຍ
ສັບປະດາເຮັດວຽກທີສອງ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV ສຸມໃສ່ໃຫ້ແກ່ວຽກງານປັບປຸງລັດຖະທຳມະນູນ ແລະ ກົດໝາຍ
ວັນອາທິດ, 21:30, 11/05/2025
VOV5
(VOVWORLD) - ສັບປະດາເຮັດວຽກທີສອງ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV ທີ່ໄດ້ດຳເນີນແຕ່ວັນທີ 12-17 ພຶດສະພາ ຈະສຸມໃສ່ໃຫ້ແກ່ວຽກງານປັບປຸງລັດຖະທຳມະນູນ ແລະ ກົດໝາຍ.
ສິ່ງທີ່ເປັນໜ້າສົນໃຈແມ່ນ, ໃນຕອນເຊົ້າວັນທີ 14 ພຶດສະພາ, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບ: ຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013, ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ). ໂທລະພາບ, ວິທະຍຸກະຈາຍສຽງຖ່າຍທອດສົດ ກອງປະຊຸມເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ.
ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບການຫຼຸດເວລາອາຍຸການຂອງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ລົງ, ຮັບຟັງໃບຍື່ນສະເໜີກ່ຽວກັບວັນເລືອກຕັ້ງທົ່ວປະເທດ ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021-2026.
Tag:VOV / VOVworld / ສະພາແຫ່ງຊາດ / ລັດຖະທຳມະນູນ / ກົດໝາຍ