ຂ່າວເດັ່ນ

ສ.ເກົາຫຼີ ມີ​ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່

ສ.ເກົາຫຼີ ມີ​ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່

(VOVWORLD) - ຮຸ່ງເຊົ້າວັນທີ 02 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານ Lee Joo – ho, ຮອງນາຍົກລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາສັງຄົມ ທັງເປັນລັດຖະມົນຕີກະຊວງສຶກສາ ສ.ເກົາຫຼີ ໄດ້ຮັບດຳລົງຕຳແໜ່ງເປັນຜູ້ຮັກສາການປະທານາທິບໍດີ ສ.ເກົາຫຼີ.

 ການກະທຳດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ທ່ານຮັກສາການປະທານາທິບໍດີ, ນາຍົກລັດຖະມົນຕີ ຄົນເກົ່າ Han Duck – soo ແລະ ທ່ານຮອງນາຍົກລັດຖະມົນຕີ ຜູ້ຮັບຜິດຊອບບັນດາບັນຫາເສດຖະກິດ Choi Sang – mok ລາອອກຈາກຕຳແໜ່ງຕາມລຳດັບໃນຕອນບ່າຍ ແລະ ຕອນຄ່ຳວັນທີ 01 ພຶດສະພາ ເພື່ອຄາດຄະເນດຳເນີນການຫາສຽງເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ວິສາມັນ ໃນວັນທີ 3 ມິຖຸນາ ຈະມາເຖິງ ດັ່ງນັ້ນ, ຕາມກົໝາຍວ່າດ້ວຍການຈັດຕັ້ງລັດຖະບານ ສ.ເກົາຫຼີ, ທ່ານ Lee Joo – ho ຮັບດຳລົງຕຳແໜ່ງເປັນຮັກສາການປະທານາທິບໍດີ.

        ຜູ້ຮັກສາການປະທານາທິບໍດີຄົນໃໝ່ຂອງ ສ.ເກົາຫຼີ ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ຍົກລະດັບຄວາມພ້ອມຮັບມືກັບທຸກກໍລະນີຂຶ້ນເຖິງ “ລະດັບສູງສຸດ” ແລະ ຮຽກຮ້ອງໃຫ້ມີການກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອຮັບປະກັນການເລືອກຕັ້ງປະທານາທິບໍດີໃນໄລຍະຈະມາເຖິງ ໄດ້ດຳເນີນຢ່າງ “ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.