ຂ່າວເດັ່ນ

ສ.ເກົາຫຼີ ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ທະ​ຫານ​ກັບ ສ​ປ​ປ.ເກົາຫຼີ ພາຍຫຼັງ 7 ປີ

ສ.ເກົາຫຼີ ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ທະ​ຫານ​ກັບ ສ​ປ​ປ.ເກົາຫຼີ ພາຍຫຼັງ 7 ປີ

(VOVWORLD) - ວັນທີ 17 ພະຈິກ, ສ.ເກົາຫຼີ ໄດ້ສະເໜີຈັດການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ເພື່ອປຶກສາຫາລືມາດຕະການເຮັດແຈ້ງເສັ້ນຊາຍແດນດ້ານການທະຫານ (MDL), ໃນສະພາບທະຫານ ສປປ.ເກົາຫຼີ ໄດ້ຂ້າມເສັ້ນຊາຍແດນຫຼາຍເທື່ອເມື່ອປະຕິບັດໜ້າທີ່ຢູ່ໃກ້ເຂດຊາຍແດນ.

ທ່ານຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ Kim Hong Cheol (ພາບ: REUTERS)

ທ່ານ Kim Hong Cheol ຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ ໃຫ້ຮູ້ວ່າ ເຊີອູນ ປາດຖະໜາຢາກໃຫ້ສອງຝ່າຍປຶກສາຫາລືເພື່ອສະກັດກັ້ນການກະທຳໂດຍບໍ່ຕັ້ງໃຈ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ພ້ອມດຽວກັນນັ້ນ ກໍສະແດງຄວາມຫວັງວ່າ ພຽງຢາງ ຈະມີການສ່ອງແສງຄືນຢ່າງຕັ້ງໜ້າ. ສ.ເກົາຫຼີ ກໍກຽມພ້ອມປຶກສາຫາລືກ່ຽວກັບເວລາ ແລະ ສະຖານທີ່ຈັດຕັ້ງ.

ພ້ອມກັບຂໍ້ສະເໜີຈັດການເຈລະຈາ, ສ.ເກົາຫຼີ ໄດ້ປົດໂທລະໂຄ່ງ ແລະ ຢຸດຕິການອອກອາກາດລາຍການໂຄສະນາເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ. ເຖິງຢ່າງໃດກໍຕາມ, ເລື່ອງ ສປປ. ເກົາຫຼີ ຈະຮັບຮອງດຳເນີນການເຈລະຈາໄດ້ຫຼືບໍ່ນັ້ນ ແມ່ນຍັງບໍ່ທັນຈະແຈ້ງເທື່ອ. ຖ້າດຳເນີນ, ນີ້ຈະແມ່ນການເຈລະຈາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດ ນັບແຕ່ປີ 2018 ເປັນຕົ້ນມາ. ກອງບັນຊາການ ສປຊ (UNC) ເນັ້ນໜັກວ່າ ຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມທີ່ເໝາະສົມກັບ ສັນຍາຢຸດຍິງ ແລະ ຫຼຸດຜ່ອນຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.