ຂ່າວເດັ່ນ

ຊີ​ຣີ - ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 1.300 ຄົນ​ໃນ​ກະ​ແສ​ໃຊ້​ຄວ​າມ​ຮຸນ​ແຮງ​ຄັ້ງຫຼ້າ​ສຸດ

ຊີ​ຣີ - ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 1.300 ຄົນ​ໃນ​ກະ​ແສ​ໃຊ້​ຄວ​າມ​ຮຸນ​ແຮງ​ຄັ້ງຫຼ້າ​ສຸດ

(VOVWORLD) - ສື່ມວນຊົນໃນພາກພື້ນ ໃຫ້ຮູ້ວ່າ ອາເມລິກາ ແລະ ລັດເຊຍ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ສປຊ ດຳເນີນກອງປະຊຸມດ່ວນຕາມຮູບແບບວົງແຄບໃນວັນທີ 10 ມີນາເພື່ອປຶກສາຫາລືກ່ຽວກັບສະພາບການຂອງຊີຣີ.

ຕາມການສະຖິຕິຄັ້ງຫຼ້າສຸດຂອງອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR), ທີ່ມີສຳນັກງານຕັ້ງຢູ່ ອັງກິດ ເຊິ່ງສະແດງໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດໃນການປະທະກັນທີ່ເກີດຂຶ້ນຢູ່ເຂດແຄມທະເລ ຊີຣີໃນຊຸມວັນຜ່ານມາໄດ້ເພີ່ມຂຶ້ນກ່ວາ 1.300 ຄົນ, ໃນນັ້ນມີ ສາມັນຊົນ 745 ຄົນ. ນີ້ແມ່ນບັນດາການປະທະກັນທີ່ນອງເລືອດທີ່ສຸດຢູ່ຊີຣີນັບແຕ່ເວລາອຳນາດການປົກຄອງຊຸດເກົ່າຖືກລົ້ມເຫຼວເມື່ອເດືອນທັນວາປີ 2024.

ຕໍ່ໜ້າສະພາບການດັ່ງກ່າວ, ວົງການເຈົ້າໜ້າທີ່ລັດຖະບານຊົ່ວຄາວຊີຣີໄດ້ປະກາດຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປົກປ້ອງຄວາມເປັນເອກະພາບແຫ່ງຊາດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ປັດຈຸບັນ, ລັດຖະບານຊົ່ວຄາວ ຊີຣີ ໄດ້ເພີ່ມທະວີການຜັນຂະຫຍາຍກຳລັງປ້ອງກັນຄວາມໝັ້ນຄົງຢູ່ Latakia, Jableh ແລະ Baniyas, ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຄືນໃໝ່. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງສຶກສາທິການ Nazir al-Qadri ໄດ້ຖະແຫຼງປິດປະຕູໂຮງຮຽນຈົດຮອດໝົດວັນທີ 10 ມີນາຢູ່ແຂວງ Latakia ແລະ Tartus  ຍ້ອນສະພາບການຂາດຄວາມໝັ້ນຄົງ.

ສື່ມວນຊົນໃນພາກພື້ນ ໃຫ້ຮູ້ວ່າ ອາເມລິກາ ແລະ ລັດເຊຍ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ສປຊ ດຳເນີນກອງປະຊຸມດ່ວນຕາມຮູບແບບວົງແຄບໃນວັນທີ 10 ມີນາເພື່ອປຶກສາຫາລືກ່ຽວກັບສະພາບການຂອງຊີຣີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.