ຂ່າວເດັ່ນ

ຊີ​ຣີ ປະ​ກາດ​ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ

ຊີ​ຣີ ປະ​ກາດ​ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ

(VOVWORLD) - ວັນທີ 06 ຕຸລາ, ອົງການເລືອກຕັ້ງ ຊີຣີ ໄດ້ປະກາດໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດຄັ້ງທຳອິດຂອງປະເທດນີ້, ນັບແຕ່ເມື່ອລະບອບຂອງທ່ານ Bashar Al-Assad ປະທານາທິບໍດີ ຊີຣີ ຖືກລົ້ມລະລາຍໃນທ້າຍປີ 2024.

ທ່ານ Nawar Najma, ໂຄສົກຂອງຄະນະກຳມະການເລືອກຕັ້ງສະພາແຫ່ງຊາດປະຊາຊົນຂັ້ນສູງຂອງ ຊີຣີ ປະກາດຜົນການເລືອກຕັ້ງ (ພາບ: REUTERS/Yamam al Shaar)
 ຕາມນັ້ນແລ້ວ ມີຜູ້ສະໝັກເລືອກຕັ້ງ 119 ທ່ານ ໄດ້ຮັບການເລືອກຕັ້ງໃນການເລືອກຕັ້ງທີ່ດຳເນີນໃນວັນທີ 5 ຕຸລາ, ມີ 21 ບ່ອນນັ່ງຍັງຫວ່າງຢູ່ເຂດໂດຍຊາວ Kurd ຄວບຄຸມຢູ່ທາງທິດຕາເວັນອອກສ່ຽງເໜືອ ຊີຣີ, ກໍຄືແຂວງ Suwayda ຢູ່ທາງທິດໃຕ້ທີ່ມີຊາວ Druze ກວມເອົາສ່ວນໃຫຍ່, ເນື່ອງຈາກບໍ່ໄດ້ດຳເນີນການເລືອກຕັ້ງ ຢູ່ເຂດເຫຼົ່ານັ້ນຍ້ອນເຫດຜົນຄວາມໝັ້ນຄົງ ແລະ ການເມືອງ.  ຕາມລັດຖະທຳມະນູນສະບັບຊົ່ວຄາວທີ່ໄດ້ປະກາດໃນເດືອນ ມີນາ 2025 ແລ້ວ, ສະພາແຫ່ງຊາດ ຊີຣີ ມີສະມາຊິກ 210 ທ່ານ, ໃນນັ້ນ ມີ 70 ທ່ານໂດຍທ່ານ Ahmed Al-Sharaa ປະທານາທິບໍດີຊົ່ວຄາວ ສະເໜີ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.