ຂ່າວເດັ່ນ

ຊີຣີ ສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນໃຫ້ແກ່ໄລຍະຂ້າມຜ່ານ

ຊີຣີ ສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນໃຫ້ແກ່ໄລຍະຂ້າມຜ່ານ

(VOVWORLD) - ຄະນະກຳມະການລວມມີບັນດານັກຊ່ຽວຊານທີ່ມີໜ້າທີ່ຮຽບຮຽງ “ຖະແຫຼງການລັດຖະທຳມະນູນເພື່ອຄຸ້ມຄອງໄລຍະຂ້າມຜ່ານ” ຢູ່ ຊີຣີ.

(ພາບປະກອບ: SANA/TTXVN)

        ວັນທີ 02 ມີນາ, ທ່ານປະທານາທິບໍດີຊົ່ວຄາວ ຊີຣີ Ahmed al-Sharaa, ໄດ້ແຈ້ງໃຫ້ຊາບເລື່ອງສ້າງຕັ້ງຄະນະກຳມະການລວມມີ 7 ສະມາຊິກ ເພື່ອຮຽບຮຽງລັດຖະທຳມະນູນໃຫ້ແກ່ໄລຍະຂ້າມຜ່ານຂອງປະເທດນີ້.

        ຕາມແຈ້ງການຂອງທຳນຽບປະທານາທິບໍດີ, ຄະນະກຳມະການລວມມີບັນດານັກຊ່ຽວຊານທີ່ມີໜ້າທີ່ຮຽບຮຽງ “ຖະແຫຼງການລັດຖະທຳມະນູນເພື່ອຄຸ້ມຄອງໄລຍະຂ້າມຜ່ານ” ຢູ່ ຊີຣີ. ແຈ້ງການໃຫ້ຮູ້ຕື່ມອີກວ່າ, ຄະນະກຳມະການຈະຍືນສະເໜີບັນດາຂໍ້ສະເໜີຕໍ່ປະທານາທິບໍດີ, ແຕ່ບໍ່ແຈ້ງເວລາລະອຽດ.

        ນັບແຕ່ເມື່ອອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar al-Assad ລົ້ມລະລາຍໃນເດືອນ ທັນວາ 2024, ບັນດາການນຳຊົ່ວຄາວຢູ່ ຊີຣີ ໄດ້ມານະພະຍາຍາມຊຸກຍູ້ວິວັດທະນາການຂ້າມຜ່ານ ເພື່ອແນໃສ່ຟື້ນຟູສະຖຽນລະພາບ ແລະ ສ້າງສາປະເທດຊາດຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.