ຂ່າວເດັ່ນ

ຊີຣີ ຊົມເຊີຍຂໍ້ຕົກລົງຍົກເລີກຄຳສັ່ງລົງໂທດຂອງ ອີຢູ ຢ່າງສິ້ນເຊິ່ງ

ຊີຣີ ຊົມເຊີຍຂໍ້ຕົກລົງຍົກເລີກຄຳສັ່ງລົງໂທດຂອງ ອີຢູ ຢ່າງສິ້ນເຊິ່ງ

(VOVWORLD) - ນີ້ແມ່ນການກະທຳສະແດງໃຫ້ເຫັນເຈດຕະນາດີຂອງພາກພື້ນ ແລະ ສາກົນໃນການໜູນຊ່ວຍ ຊີຣີ

        ວັນທີ 20 ພຶດສະພາ, ສະຫະພາບເອີລົບ (ອີຢູ) ໄດ້ເຫັນດີຍົກເລີກຄຳສັ່ງລົງໂທດທັງໝົດສຳລັບ ຊີຣີ. ໃນຖະແຫຼງການວັນດຽວກັນ, ທ່ານ Asaad Al-Shaibani, ລັດຖະມົນຕີການຕ່າງປະເທດ ຊີຣີ ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວ, ຖືວ່າ, ນີ້ແມ່ນການກະທຳສະແດງໃຫ້ເຫັນເຈດຕະນາດີຂອງພາກພື້ນ ແລະ ສາກົນໃນການໜູນຊ່ວຍ ຊີຣີ, ພ້ອມກັນນັ້ນໄດ້ຕີລາຄາວ່າ ນີ້ແມ່ນໂອກາດສຳຄັນ ແລະ ມີລັກສະນະປະຫວັດສາດເພື່ອສ້າງສາປະເທດຊາດຄືນໃໝ່.

        ສ່ວນຝ່າຍ ເອີລົບ, ທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດ ອີຢູ ໃຫ້ຮູ້ວ່າ, ອີຢູ ສະໜັບສະໜູນ ແລະ ປາດຖະໜາຢາກຊ່ວຍໃຫ້ປະຊາຊົນ ຊີຣີ ສ້າງສາປະເທດ ຊີຣີ ໃໝ່, ຮອບດ້ານ ແລະ ສິນຕິພາບ.

        ກ່ອນໜ້ານັ້ນ, ວັນທີ 13 ພຶດສະພາ, ໃນການຢ້ຽມຢາມ ຊະອຸດີ ອາຣາເບຍ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ຕົກລົງຍົກເລີກບັນດາຄຳສັ່ງລົງໂທດຕໍ່ ຊີຣີ ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.