ຂ່າວເດັ່ນ

ສິນ​ຄ້າ​ຫວຽດ​ນາມ ພິຊີດ​ຕະຫຼາດ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ

ສິນ​ຄ້າ​ຫວຽດ​ນາມ ພິຊີດ​ຕະຫຼາດ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ

(VOVWORLD) - ສິນຄ້າ ຫວຽດນາມ ພວມສະແດງໃຫ້ເຫັນທ່າໄດ້ປຽບຢ່າງແຮງຂອງຕົນໃນການແກ້ງແຍ້ງຢູ່ບັນດາຕະຫຼາດການຄ້າເອເລັກໂຕນິກສາກົນ, ພິເສດແມ່ນ Alibaba.com.

ທ່ານນາງ ໂຮ່ທິກວຽນ ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ (ພາບ: VOV)

ວຍແຫຼ່ງວັດຖຸດິບພາຍໃນປະເທດທີ່ເປັນເອກະລັກສະເພາະ ແລະ ບັນດາສັນຍາການຄ້າເສລີ, ມີຜະລິດຕະພັນຫຼາຍຢ່າງຄື: ເຄື່ອງຕັດຫຍິບ, ເກີບໜັງ, ກາເຟ, ຢ່າງພາລາ… ພວມດຶງດູດລູກຄ້າເປັນຈຳນວນຫຼາຍ.

ນັ້ນແມ່ນການແບ່ງປັນຂອງບັນດາວິສາຫະກິດຢູ່ກອງປະຊຸມສົ່ງອອກດ້ານວິຊາການ “ເປີດຊູດຄວາມສາມາດບົ່ມຊ້ອນບຸກທະລຸໃນການສົ່ງອອກ: ວິທີການໜູນຊ່ວຍວິສາຫະກິດຈາກ Alibaba.com ໃນປີ 2025” ໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ທີ່ໄດ້ຈັດຂຶ້ນໃນວັນທີ 28 ມີນາ ຢູ່ນະຄອນ ໂຮ່ຈີມິນ. ທ່ານນາງ ຫງວຽນທິເຟືອງອວຽນ, ຜູ້ອຳນວຍການຝ່າຍ Marketing Alibaba.com ຫວຽດນາມ ໃຫ້ຮູ້ວ່າ:

        ທີໜຶ່ງແມ່ນທ່າໄດ້ປຽບກ່ຽວກັບລາຄາ, ບໍ່ແມ່ນມີລາຄາຖືກ, ບໍ່ແມ່ນມີແຮງງານຖືກ ເຊິ່ງໄດ້ຮັບບຸລິມະສິດດ້ານພາສີທີ່ມາຈາກບັນດາສັນຍາການຄ້າເສລີ (FTA). ບັນດາຂະແໜງມີ view ສູງ ແລະ ໃບສັ່ງຊື້ຫຼາຍແມ່ນ: ເຄື່ອງຕັດຫຍິບ, ເກີບໜັງ, ກາເຟ, ເຂົ້າສານ… ພວກເຮົາຍັງມີທ່າໄດ້ປຽບກ່ຽວກັບຕົ້ນກຳເນີດຂອງສິນຄ້າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.