ຂ່າວເດັ່ນ

ສິນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ດຶງ​ດູ​ດ​ເງິນ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ສິນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ດຶງ​ດູ​ດ​ເງິນ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

(VOVWORLD) - ພິທີເປີດການລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບ ການຕ້ານອາດຊະຍາກຳທາງໄຊເບີ ຈະດຳເນີນໃນວັນທີ 25 ແລະ 26 ຕຸລາຈະມາເຖິງ, ຢູ່ຮ່າໂນ້ຍ.

ທ່ານ ພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)

ນີ້ແມ່ນຄັ້ງທຳອິດ ສປຊ ໄດ້ເລືອກເອົາຫວຽດນາມ ແມ່ນສະຖານທີ່ຈັດພິທີເປີດການລົງນາມສົນທິສັນຍາສາກົນ ທີ່ມີລັກສະນະທົ່ວໂລກ. ເຫດການນີ້ ບໍ່ພຽງແຕ່ສ້າງຂີດໝາຍໃໝ່ໃນການປະຕິບັດວຽກງານເຊື່ອມໂຍງເຂົ້າກັບນິຕິກຳສາກົນ ເວົ້າສະເພາະ ແລະ ການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ເວົ້າລວມ, ຫາກຍັງນຳມາເຊິ່ງບັນດາກາລະໂອກາດໂດຍກົງ ເພື່ອດຶງດູດການລົງທຶນຈາກສາກົນ ເຂົ້າຂົງເຂດປ້ອງກັນຄວາມປອດໄພທາງໄຊເບີ ຢູ່ ຫວຽດນາມ. ໂດຍໃຫ້ຂໍ້ສັງເກດກ່ຽວກັບໂອກາດນີ້, ທ່ານ ພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຖືວ່າ:

ບັນດາຂົງເຂດດຶງດູດການລົງທຶນຫຼາຍທີ່ສຸດໃນປັດຈຸບັນລວມມີຄວາມປອດໄພທາງໄຊເບີ ໃຫ້ຂົງເຂດການເງິນທະນາຄານ, ການຄ້າເອເລັກໂຕນິກ ແລະ Computer Clouthing. ບັນດາການບໍລິການຕິດຕາມກວດກາ ແລະ ກະທົບຕອບບັນຫາເຫດເຄືອຂ່າຍອິນເຕີເນັດ, ພິເສດແມ່ນການບໍລິການຄວາມລັບຂອງ Computer Clouthing ໄດ້ຮັບການຕີລາຄາແມ່ນມີຄວາມສາມາດບົ່ມຊ້ອນທີ່ສຸດ. ເພາະສະນັ້ນ, ໃນຂອບເຂດພິທີລົງນາມສົນທິສັນຍາຮ່າໂນ້ຍ, ພວກຂ້າພະເຈົ້າ ຈະຈັດງານວາງສະແດງໃຫຍ່ກ່ຽວກັບຄວາມປອດໄພທາງໄຊເບີ ແລະ ຫັນເປັນດີຈີຕອນ, ຄາດວ່າຈະສາມາດດຶງດູດບັນດາບໍລິສັດເຕັກໂນໂລຢີແຖວໜ້າຂອງ ຫວຽດນາມ. ຜ່ານນັ້ນ, ກໍ່ຈະສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດທົ່ວໂລກ ເຊື່ອມຕໍ່ໂດຍກົງ ກັບວິສາຫະກິດ ແລະ ອົງການລັດຖະບານ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.