ຂ່າວເດັ່ນ

ສິງ​ກະ​ໂປ ມີ​ແຜນ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ຍຸດ​ທະ​ສາດ​ເສດ​ຖະ​ກິດ

ສິງ​ກະ​ໂປ ມີ​ແຜນ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ຍຸດ​ທະ​ສາດ​ເສດ​ຖະ​ກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ຖະແຫຼງວ່າ ສິງກະໂປ ພວມປ່ຽນແປງໃໝ່ຍຸດທະສາດເສດຖະກິດ ເພື່ອຮັບປະກັນອະນາຄົດໃນໂລກ ທີ່ພວມມີການປ່ຽນແປງຢ່າງວ່ອງໄວ, ດ້ວຍລະດັບແກ້ງແຍ້ງ, ແຕກແຍກ ແລະ ຂາດສະຖຽນລະພາບ ທີ່ນັບມື້ນັບເພີ່ມຂຶ້ນ.

ອ່າວ Marina, ສິງກະໂປ (ພາບ: THX/TTXVN)

ວັນທີ 8 ສິງຫາ, ໃນສານວັນຊາດ, ທ່ານ ນາຍົກລັດຖະມົນຕີ Lawrence Wong ຖືວ່າ ໃນສະພາບການໂລກໃນປັດຈຸບັນ, ສິງກະໂປ ຕ້ອງຮັກສາຄວາມຜູກພັນ, ຕິດສິນໃຈ ແລະ ສະມັດຕະພາບທີ່ພົ້ນເດັ່ນ, ພ້ອມທັງຕ້ອງກ້າວໄວກວ່າ, ປັບຕົວໄດ້ດີກວ່າ ແລະ ປ່ຽນແປງໃໝ່ຕາມທິດອັດສະລິຍະກວ່າ. ສິ່ງດັ່ງກ່າວໝາຍຄວາມວ່າ ສິງກະໂປ ຕ້ອງກຳແໜ້ນບັນດາເຕັກໂນໂລຢີໃໝ່ເຊັ່ນ ປັນຍາປະດິດ (AI) ແລະ ຫຸ້ນຍົນ, ພ້ອມທັງໝູນໃຊ້ເຕັກໂນໂລຢີໃນທົ່ວພື້ນຖານເສດຖະກິດຢ່າງມີປະສິດທິຜົນ.

        ທ່ານ Lawrence Wong, ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ  ສິງກະໂປ ຖືວ່າ ລັດຖະບານ ສິງກະໂປ ຕ້ອງສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ, ຜູ້ອອກແຮງງານ ແລະ ວິສາຫະກິດໝູນໃຊ້ເຕັກໂນໂລຢີຢ່າງສຸດຂີດ ແລະ ຍົກສູງທ່າໄດ້ປຽບແກ້ງແຍ້ງ. ທ່ານນາຍົກລັດຖະມົນຕີກໍໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບປະຊາຊົນໃນວິວັດທະນາການນີ້, ຄືດັ່ງໄດ້ປະຕິບັດໃນຕະຫຼອດ 6 ທົດສະວັດຜ່ານມາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.