ຂ່າວເດັ່ນ

ສັນ​ທະ​ປະ​ປາ ລີ​ໂອ XIV ຢັ້ງ​ຢືນ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວ​າມ​ສາ​ມາດ​ເພື່ອ​ສັນ​ຕິ​ພາບ​ໃນ​ໂລກ

ສັນ​ທະ​ປະ​ປາ ລີ​ໂອ XIV ຢັ້ງ​ຢືນ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວ​າມ​ສາ​ມາດ​ເພື່ອ​ສັນ​ຕິ​ພາບ​ໃນ​ໂລກ

(VOVWORLD) - ວັນທີ 14 ພຶດສະພາ, ສັນທະປະປາ ລີໂອ XIV, ຢັ້ງຢືນ ວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສັນຕິພາບ, ພ້ອມທັງສະເໜີໃຫ້ ວາຕີກັງ ເປັນກາງໄກ່ເກ່ຍບັນດາການປະທະກັນໃນທົ່ວໂລກ.

ສັນທະປະປາ ລີໂອ XIV (ພາບ: THX/TTXVN)

ໃນບົດປາໄສຕໍ່ບັນດາສະມາຊິກໃນສະມາຄົມຄຼິດທະສາສະໜາ ຕາເວັນອອກ, ສັນທະປະປາ ລີໂອ XIV ໄດ້ເນັ້ນໜັກວ່າ ວາຕີກັງ ຍາມໃດກໍກຽມພ້ອມເປັນຂົວຕໍ່ໃຫ້ບັນດາຝ່າຍເປັນປໍລະປັກຫຍັບມໍ່ເຂົ້າໃກ້ກັນກວ່າ, ໜ້າຕໍ່ໜ້າ, ໂອ້ລົມສົນທະນານຳກັນ, ເພື່ອໃຫ້ປະຊາຊົນທຸກຄົນໃນໂລກນີ້ສາມາດຊອກຄວາມຫວັງໄດ້ ແລະ ຟື້ນຟູຄືນບັນດາຄຸນຄ່າທີ່ເຂົາເຈົ້າສົມຄວນມີ, ຄຸນຄ່າຂອງສັນຕິພາບ.

        ຕາມສັນທະປະປາ ລີໂອ XIV ແລ້ວ, ພວກເຮົາສາມາດຫຼີກລ້ຽງບໍ່ໃຫ້ສົງຄາມເກີດຂຶ້ນໄດ້. ທ່ານຖືວ່າ ຕ້ອງວາງອາວຸດລົງ ເພາະວ່າມັນບໍ່ສາມາດແກ້ໄຂບັນຫາໄດ້, ຫາກພຽງແຕ່ເຮັດໃຫ້ບັນຫາເຄັ່ງຕຶງຂຶ້ນ. ບຸກຄົນທີ່ສ້າງໜ້າປະຫວັດສາດ ແມ່ນບຸກຄົນສ້າງສັນຕິພາບ, ຫາກບໍ່ແມ່ນຜູ້ພາໃຫ້ເກີດຄວາມເຈັບປວດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.