ຂ່າວເດັ່ນ

ສົ່ງ​ອັດ​ຖິ​ນັກ​ຮົບ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ​ກັບ​ເມືອ​ປະ​ເທດ

ສົ່ງ​ອັດ​ຖິ​ນັກ​ຮົບ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ລາວ​ກັບ​ເມືອ​ປະ​ເທດ

(VOVWORLD) - ນັບແຕ່ປີ 1994 ມາຮອດປັດຈຸບັນ, ກອງເຕົ້າໂຮມທະຫານເຂດ II ໄດ້ສົ່ງອັດຖິທະຫານເສຍສະຫຼະຊີວິດຢູ່ລາວ 1.812 ອັດຖິ, ໃນນັ້ນມີ 142 ອັດຖິມີຂໍ້ມູນຊື່ນາມສະກຸນ ແລະ ບ້ານເກີດເມືອງນອນຢ່າງຄົບຖ້ວນ.

ພິທີສົ່ງອັດຖິນັກຮົບ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ (ພາບ: TTXVN)

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ແຂວງອຸດົມໄຊ, ລາວ ໄດ້ດຳເນີນພິທີມອບຮັບ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 6 ແຂວງພາກເໜືອລາວ ກັບເມືອ ຫວຽດນາມ, ໃນນັ້ນມີ 4 ອັດຖິມີຂໍ້ມູນຢ່າງຄົບຖ້ວນ. ນີ້ແມ່ນບັນດານັກຮົບເສຍສະຫຼະຊີວິດໂດຍກອງເຕົ້າໂຮມ ທະຫານເຂດ II ຊອກຄົ້ນຫາ ແລະ ເຕົ້າໂຮມໄດ້ໃນໄລຍະທີຂອງ ຂອງລະດູແລ້ງປີ 2022 – 2023. ເຂົ້າຮ່ວມພິທີ ມີຜູ້ຕາງໜ້າຄະນະປະຕິບັດໜ້າທີ່ພິເສດຂອງລັດຖະບານລາວ, ການນຳ ແລະ ຜູ້ຕາງໜ້າບັນດາຄະນະປະຕິບັດໜ້າທີ່ພິເສດຂອງ 6 ແຂວງພາກເໜືອລາວ, ລວມມີ:  ອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ, ຜົ້ງສາລີ, ບໍແກ້ວ, ໄຊຍະບູລີ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ, ຜູ້ຕາງໜ້າທະຫານເຂດ II. ນັບແຕ່ປີ 1994 ມາຮອດປັດຈຸບັນ, ກອງເຕົ້າໂຮມທະຫານເຂດ II ໄດ້ສົ່ງອັດຖິທະຫານເສຍສະຫຼະຊີວິດຢູ່ລາວ 1.812 ອັດຖິ, ໃນນັ້ນມີ 142 ອັດຖິມີຂໍ້ມູນຊື່ນາມສະກຸນ ແລະ ບ້ານເກີດເມືອງນອນຢ່າງຄົບຖ້ວນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.